Error: No articles to display
Error: No articles to display
ໃນໂອກາດທີ່ ພັກກອມມູນິດຈີນ ເປັນເຈົ້າພາບຈັດກອງປະຊຸມສໍາມະນາສາກົນທາງໄກ ພາຍໃຕ້ຫົວຂໍ້: “ການຫຼຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ຂອງພັກການເມືອງ” ຢູ່ ແຂວງຟູຈ້ຽນ, ສປ ຈີນ ໃນວັນທີ 12-13 ຕຸລາ 2020, ໂດຍມີຜູ້ຕາງໜ້າພັກການເມືອງຈຳນວນ 400 ກວ່າທ່ານ ຈາກ 100 ກວ່າປະເທດໃນໂລກ, ນອກນັ້ນ ຍັງມີສະຖານທູດຕ່າງປະເທດປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ສປ ຈີນ, ສື່ີມວນຊົນບັນດາປະເທດກໍາລັງພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະ ເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຜ່ານວິດີໂອທາງໄກ ໃນພິທີເປີດກອງປະຊຸມດັ່ງກ່າວ, ໂດຍໄດ້ຕີລາຄາເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນດ້ານຍຸດທະສາດ ທັງມີລັກສະນະສາກົນ, ເພາະການລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ ແມ່ນໜຶ່ງໃນພາລະກໍາປະຫວັດສາດ, ທັງແມ່ນຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງບັນດາພັກການເມືອງ ເພື່ອນໍາເອົາຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ. ກອງປະຊຸມ ເປັນໂອກາດທີ່ດີໃຫ້ແກ່ບັນດາພັກການເມືອງໃນໂລກ ໄດ້ຮັບຊາບເຖິງຜົນສໍາເລັດ, ຄວາມຫຍຸ້ງຍາກໃນການແກ້ໄຂຄວາມທຸກຍາກຂອງບັນດາປະເທດ, ທັງເປັນໂອກາດດີໃນການເພີ່ມທະວີການແລກປ່ຽນບົດຮຽນຮ່ວມກັນ ໃນການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ.
ໃນຕອນເຊົ້າຂອງວັນທີ 21 ມັງກອນ 2021, ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງ ພັກ ນໍຳໂດຍ ສະຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມອະນຸສອນ ສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ແລະ ຫໍມູນເຊື້ອຂອງສູນກາງແນວລາວສ້າງຊາດ ເພື່ອເປັນການສ້າງຂະບວນການຊົມເຊີຍກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ຂຳ່ນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ ຂອງຊາດ, ໂດຍສະເພາະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ, ທັງເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຈະມາເຖິງ.
ການຢ້ຽມຊົມອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ແລະ ຫໍມູນເຊື້ອຂອງສູນກາງແນວລາວສ້າງຊາດ ຂອງຄະນະໃນຄັ້ງນີ້ ແມ່ນ ເພື່ອເຮັດໃຫ້ 3 ອົງການຈັດຕັ້ງມະຫາຊົນ ກໍຄືພະນັກງານພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເຖິງປະຫວັດຄວາມ ເປັນມາ ແລະ ວິລະກຳອັນລ້ຳເລີດຂອງພັກ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ພ້ອມທັງສຶກສາຮ່ຳ ຮຽນເອົາເປັນແບບຢ່າງໃນການເຝິກ ຝົນຫຼໍ່ຫຼອມຕົນເອງເພື່ອປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນໄປ.
ວັນທີ 29 ມິຖຸນາ 2020, ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີພິທີປະກາດນາມມະຍົດ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ.ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານ, ປະທານກວດກາສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫາຍ ສົມດີ ບຸນຄຸ້ມ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ປະທານກວດກາ. ນອກນັ້ນ, ຍັງມີບັນດາສະຫາຍເລຂາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ຮຽນບັນດາສະຫາຍ,
ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ຕາງໜ້າໃຫ້ ພັກປະຊາຊົນ ປະຕິວັດລາວ, ພວກຂ້າ ພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຂໍສົ່ງຄວາມຊົມເຊີຍ ແລະ ຄໍາອວຍພອນໄຊອັນປະເສີດມາຍັງ ກອງປະຊຸມໃຫຍ່ ແລະ ໂດຍຜ່ານກອງປະຊຸມໃຫຍ່ໄປຍັງສະມາຊິກພັກ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ.
ໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມຂຳ່ນັບຊົມເຊີຍຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXI ຂອງພັກປະຊາຊົນ ປະຕິວັດລາວ, ກໍຄືຜົນງານໃນຕະຫຼອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ແລະ ຜົນງານ 45 ປີ ແຫ່ງການສ້າງສາພັດທະນາປະເທດຊາດຂອງ ສປປ ລາວ, ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ແກ່ການນຳພັກ-ລັດ, ສະມາຊິກພັກ ແລະ ປະຊາຊົນລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ສະແດງຄວາມເຊື່ອໝັ້ນໃນການເສີມຂະຫຍາຍສາຍພົວພັນມິດຕະພາບກັບ ພັກປະຊາຊົນ ປະຕິວັດລາວ.