- ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຊົມອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ແລະ ຫໍມູນເຊື້ອຂອງສູນກາງແນວລາວສ້າງຊາດ
- ບັນດາພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- ສະຫາຍປະທານພັກປະຊາຊົນກໍາປູເຈຍອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
- ສະຫາຍເລຂາທິການໃຫຍ່ພັກແຮງງານເກົາຫລີອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
- ສະຫາຍເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
Error: No articles to display
ໂທລະເລກຊົມເຊີຍ ສະຫາຍ ສີ ຈິນຜິງ ຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ
ເຖິງ: ສະຫາຍ ສີຈິນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ. ທີ່ ນະຄອນຫລວງປັກກິ່ງ ສະຫາຍ ສີຈິນຜິງ ທີ່ຮັກແພງ, ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ອີກສະໄໝໜຶ່ງ, ໃນນາມ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະໄໝທີ XIX. ...
ອ່ານເພີ່ມສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ຈາກຄະນະບໍລິຫານງານສູນກາງພັກ ປປ ລາວ
ເນື່ອງໃນໂອກາດພັກກອມມູນິດຈີນ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX, ເຊິ່ງໄຂຂຶ້ນທີ່ນະຄອນຫລວງປັກກິ່ງ ໃນວັນທີ 18 ຕຸລາ 2017,ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະມາຊິກພັກ ແລະປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ອາລົມຈິດແຫ່ງຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງຄະນະບໍລິຫານງານສູນກາງພັກກອມມູນນິດຈີນ, ບັນດາຜູ້ແທນກອງປະຊຸມໃຫຍ່ ແລະຜ່ານກອງປະຊຸມໃຫຍ່ໄປຍັງສະມາຊິກພັກກອມມູນິດຈີນ ແລະປະຊາ ຊົນຈີນອ້າຍນ້ອງທຸກຖ້ວນໜ້າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIX ຂອງພັກກອມມູນິດຈີນ ແມ່ນເຫດການການ ເມືອງທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງຂອງພັກກອມມູນິດຈີນ,ເຊິ່ງໄດ້ໄຂຂຶ້ນໃນໄລຍະສຳ ຄັນຂອງການກຳນົດຍຸດທະສາດ ແລະວາງນະໂຍບາຍເພື່ອບັນລຸ ການສ້າງສັງຄົມອັນອິ່ມໜ່ຳສຳລານຮອບດ້ານ ແລະຄວາມຝັນຂອງຈີນ...
ອ່ານເພີ່ມໂທລະເລກອວຍພອນ ຈາກປະທານພັກແຮງງານເກົາຫຼີ
ນະຄອນຫຼວງວຽງຈັນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະນບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ອັນອົບອຸ່ນ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະມາຊິກພັກ ທຸກຖ້ວນໜ້າ. ຕະຫຼອດໄຍລະ 62 ປີ ນັບແຕ່ການສ້າງຕັ້ງຂຶ້ນ, ພັກປະຊາຊົນ...
ອ່ານເພີ່ມສານຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ຈາກ ພັກກອມມູນິດຈີນ
ສານຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ຈາກ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ
ໂທລະເລກອວຍພອນ ກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ຈາກ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ກຳປູເຈຍ
ໃນໂອກາດທີ່ ພັກກອມມູນິດຈີນ ເປັນເຈົ້າພາບຈັດກອງປະຊຸມສໍາມະນາສາກົນທາງໄກ ພາຍໃຕ້ຫົວຂໍ້: “ການຫຼຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ຂອງພັກການເມືອງ” ຢູ່ ແຂວງຟູຈ້ຽນ, ສປ ຈີນ ໃນວັນທີ 12-13 ຕຸລາ 2020, ໂດຍມີຜູ້ຕາງໜ້າພັກການເມືອງຈຳນວນ 400 ກວ່າທ່ານ ຈາກ 100 ກວ່າປະເທດໃນໂລກ, ນອກນັ້ນ ຍັງມີສະຖານທູດຕ່າງປະເທດປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ສປ ຈີນ, ສື່ີມວນຊົນບັນດາປະເທດກໍາລັງພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະ ເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຜ່ານວິດີໂອທາງໄກ ໃນພິທີເປີດກອງປະຊຸມດັ່ງກ່າວ, ໂດຍໄດ້ຕີລາຄາເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນດ້ານຍຸດທະສາດ ທັງມີລັກສະນະສາກົນ, ເພາະການລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ ແມ່ນໜຶ່ງໃນພາລະກໍາປະຫວັດສາດ, ທັງແມ່ນຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງບັນດາພັກການເມືອງ ເພື່ອນໍາເອົາຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ. ກອງປະຊຸມ ເປັນໂອກາດທີ່ດີໃຫ້ແກ່ບັນດາພັກການເມືອງໃນໂລກ ໄດ້ຮັບຊາບເຖິງຜົນສໍາເລັດ, ຄວາມຫຍຸ້ງຍາກໃນການແກ້ໄຂຄວາມທຸກຍາກຂອງບັນດາປະເທດ, ທັງເປັນໂອກາດດີໃນການເພີ່ມທະວີການແລກປ່ຽນບົດຮຽນຮ່ວມກັນ ໃນການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ. ສະຫາຍເລຂາທິການໃຫຍ່ ຍັງໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນຕະຫຼອດໄລຍະ 71 ປີທີ່ຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ປະດິດສ້າງ ແລະ ຮອບດ້ານຂອງ ພັກກອມມູນິດຈີນ, ຈາກທີ່ເປັນປະເທດທຸກຍາກຫຼ້າຫຼັງ, ປະເທດຈີນ ໄດ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງ ແລະ ທັນສະໄໝ, ກໍາລັງການຜະລິດໄດ້ຮັບການປົດປ່ອຍ, ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຂາດເຂີນທາງດ້ານວັດຖຸສິ່ງຂອງທີ່ເປັນປັດໃຈພື້ນຖານຂອງການດໍາລົງຊີວິດ ແລະ ກ້າວໄປເຖິງລະດັບທີ່ມີຄວາມອີ່ມໜໍາສໍາລານໂດຍພື້ນຖານ ພຽງໃນໄລຍະເວລາສັ້ນໆ, ເຊິ່ງເປັນປະກົດການທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງ ພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ເປັນແກນກາງ, ດ້ວຍບົດຮຽນ, ປະສົບການທີ່ອຸດົມສົມບູນ ແລະ ຜົນສໍາເລັດອັນໂດດເດັ່ນໃນການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຂອງພັກກອມມູນິດຈີນ, ປະຊາຊົນຈີນ ຈະບັນລຸຜົນສໍາເລັດໃນການສ້າງສັງຄົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານ ຕາມທີ່ຄາດໝາຍໄວ້.
ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ ສປປ ລາວ, ເຊິ່ງຍາມໃດ ພັກປະຊາຊົນປະຕິວັດລາວ ກໍ່ຖືເອົາວຽກງານການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນລາວບັນດາເຜົ່າ ເປັນວຽກບູລິມະສິດອັນໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ປະສົບຜົນສໍາເລັດເປັນກ້າວໆມາ. ພ້ອມນັ້ນ, ສະຫາຍເລຂາທິການໃຫຍ່ ໄດ້ຕີລາຄາສູງຕໍ່ແນວຄວາມຄິດໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ທີ່ສະເໜີໂດຍ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ, ເຊິ່ງສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ ແລະ ຮຽກຮ້ອງໃຫ້ບັນດາພັກການມືອງໃນໂລກ ຈົ່ງເພີ່ມທະວີການປະສານສົມທົບເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກ, ປະກອບສ່ວນສູ້ຊົນເຮັດໃຫ້ບັນດາເປົ້າໝາຍສະຫະສະວັດແຫ່ງການພັດທະນາ ຂອງອົງການສະຫະປະຊາຊາດ ວາງໄວ້ ບັນລຸຕາມຄາດໝາຍ.
ຕອບສະໜອງຕາມການເຊື້ອເຊີນຂອງພັກປະຊາຊົນກຳປູເຈຍ, ຄະນະຜູ້ແທນຂັ້ນສູງ ພັກ ປປ ລາວ ນຳໂດຍ ທ່ານ ຄຳພັນ ພົມມະທັດ, ກຳມະການ ກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ຣາຊະອານາຈັກກໍາປູເຈຍ ແຕ່ວັນທີ 28 ຕຸລາ ຫາ 01 ພະຈິກ 2019.
ຕອບສະໜອງຕາມຄຳເຊີນຂອງລັດຖະບານຍີ່ປຸ່ນ, ຄະນະຜູ້ແທນຂັ້ນສູງພັກ ປປ ລາວ, ນຳໂດຍ ທ່ານ ຈັນສີ ໂພສີຄຳ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຢ້ຽມຢາມປະເທດ ຍີ່ປຸ່ນ ແຕ່ວັນທີ 11-15 ມີນາ 2019.
ໄລຍະຢູ່ຢ້ຽມຢາມຍີ່ປຸ່ນ, ຄະນະໄດ້ພົບປະເຮັດວຽກກັບບັນດາພາກສ່ວນກ່ຽວຂ້ອງຂອງຍີ່ປຸ່ນ ທັງຢູ່ນະຄອນຫຼວງໂຕກຽວ ແລະ ແຂວງ ວາກາຢາມະ ດັ່ງນີ້: ພົບປະກັບ ທ່ານ ໂຕຊິຮິໂຣະ ນີໄກ, ເລຂາທິການພັກເສລີປະຊາທິປະໄຕ; ພົບປະກັບ ທ່ານ ເຄນທາໂຣ ໂຊໂນອູຣະ, ທີ່ປຶກສາພິເສດຂອງນາຍົກ ຊິນໂຊ ອາເບະ, ພົບປະກັບ ທ່ານ ນາງ ໂຕຊິໂກ ອາເບະ, ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ; ພົບປະກັບການນຳຂອງສະຖາບັນຄົ້ນຄ້ວາຄົ້ນນະໂຍບາຍຂອງ ຍີ່ປຸ່ນ (GRIPS); ພົບປະກັບການນຳຂອງອົງການໄຈກາ, ບໍລິສັດ Jalux, ກຸ່ມບໍລິສັດໂຕໂຍຕາ ຊູໂຊະ ທີ່ພວມມີການລົງທຶນຢູ່ ສປປ ລາວ; ພົບປະກັບ ທ່ານ ທາເຄໂອ ກາວາມູຣະ, ປະທານສະມາຄົມມິດຕະພາບ ຍີ່ປຸ່ນ - ລາວ ສາຍລັດຖະສະພາ.
ໃນຕອນເຊົ້າຂອງວັນທີ 21 ມັງກອນ 2021, ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງ ພັກ ນໍຳໂດຍ ສະຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຊົມອະນຸສອນ ສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ແລະ ຫໍມູນເຊື້ອຂອງສູນກາງແນວລາວສ້າງຊາດ ເພື່ອເປັນການສ້າງຂະບວນການຊົມເຊີຍກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ຂຳ່ນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ ຂອງຊາດ, ໂດຍສະເພາະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ, ທັງເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຈະມາເຖິງ.
ການຢ້ຽມຊົມອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ແລະ ຫໍມູນເຊື້ອຂອງສູນກາງແນວລາວສ້າງຊາດ ຂອງຄະນະໃນຄັ້ງນີ້ ແມ່ນ ເພື່ອເຮັດໃຫ້ 3 ອົງການຈັດຕັ້ງມະຫາຊົນ ກໍຄືພະນັກງານພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເຖິງປະຫວັດຄວາມ ເປັນມາ ແລະ ວິລະກຳອັນລ້ຳເລີດຂອງພັກ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ພ້ອມທັງສຶກສາຮ່ຳ ຮຽນເອົາເປັນແບບຢ່າງໃນການເຝິກ ຝົນຫຼໍ່ຫຼອມຕົນເອງເພື່ອປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນໄປ.
ວັນທີ 29 ມິຖຸນາ 2020, ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີພິທີປະກາດນາມມະຍົດ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ.ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານ, ປະທານກວດກາສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫາຍ ສົມດີ ບຸນຄຸ້ມ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ປະທານກວດກາ. ນອກນັ້ນ, ຍັງມີບັນດາສະຫາຍເລຂາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ຄຳເຟື້ອງ ພັນທະໄຊ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2019 ເຊິ່ງສາມາດປະເມີນທັງ 4 ດ້ານ ຄື: ບຸກດ້ານແນວຄິດ, ບຸກດ້ານຝຶກຝົນຫຼໍ່ຫຼອມ ຮໍ່າຮຽນ, ບຸກດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ໄດ້ສະເລ່ຍ 91.51%. ຈາກການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ເຫັນວ່າຄົບມາດຖານເງື່ອນ ໄຂທີ່ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງອອກ. ຜົນສຳເລັດດັ່ງກ່າວ ຈະເປັນພື້ນຖານສຳຄັນໃຫ້ແກ່ການສືບຕໍ່ຮັກສານາມມະຍົດຊາວໜຸ່ມ 4 ບຸກ ແລະ ປະຕິບັດຄາດໝາຍສູ້ຊົນຍາດເອົາທຸງໄຊນຳໜ້າຂະບວນການ 4 ບຸກ ໃນຊຸມປີຕໍ່ໜ້າ.
ການຈັດພິທີປະກາດຮັບຮອງຄະນະຊາວໜຸ່ມ 4 ບຸກ ໃນຄັ້ງນີ້ ຖືເປັນເຫດການສຳຄັນປະຫວັດ ສາດ ຂອງຄະນະຊາວໜຸ່ມ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອເປັນລະນຶກວັນຮັບຮອງເອົາກົດລະບຽບສະບັບທຳອິດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງຖືເປັນວັນສ້າງຕັ້ງ ຄະນະພົວພັນ ຕ່າງປະເທດສູນກາງພັກ ຄົບຮອບ 37 ປີ (29 ມິຖຸນາ 1983 – 29 ມິຖຸນາ 2020) ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຊາວໜຸ່ມ ຄະນະພົວພັນຕ່າງ ປະເທດ ສູນກາງພັກ ຄັ້ງທີ I ແລະ ກອງປະຊຸມໃຫຍ່ອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ຄັ້ງທີ II ທີ່ຈະຈັດຂື້ນໃນຕໍ່ໜ້ານີ້.