ຄະນະພົວພັນຕ່າງປະເທດສູນກາງພັກ ຈັດຕັ້ງເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ, ນະ ຄອນຫຼວງ ຊຸດທີ II ແລະ ມູນເຊື້ອວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 72 ປີ
- ລາຍລະອຽດ
- ກົດເບິ່ງ: 70
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2021, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ, ນະຄອນຫຼວງ ຊຸດທີ II ແລະ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ, ໂດຍໃຫ້ກຽດປາຖະກະຖາໂດຍ ສະຫາຍ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ຮອງເລຂາຄະນະພັກ, ນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ຮອງປະທານຄະນະກໍາມະການເລືອກຕັ້ງ ຂັ້ນນະຄອນຫຼວງ ແລະ ສະຫາຍ ປອ. ນາງ ສູນທອນໄຊຍະຈັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍມີບັນດາສະຫາຍໃນຄະນະບໍລິຫານງານພັກ ແລະ ພະນັກງານຫຼັກແຫຼ່ງທົ່ວ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ປອ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດປາຖະກະຖາກ່ຽວກັບເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງ ໂດຍໄດ້ຍົກໃຫ້ເຫັນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວ ເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ໄດ້ຊີ້ໃຫ້ເຫັນລະບຽບການ, ຂັ້ນຕອນໃນການເລືອກຕັ້ງສະມາຊິກພັກສະພາໃນຄັ້ງນີ້ ໃຫ້ບັນລຸຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້ແນ່ໃສ່ຮັບປະກັນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊົນຂັ້ນແຂວງໃຫ້ໄດ້ຕາມຈຳນວນທີ່ກຳນົດໄວ້.
ຫລັງຈາກນັ້ນ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສືບຕໍ່ເຜີຍແຜ່ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ, ໂດຍໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວພາຍໃຕ້ການຊີ້ນຳໆພາຂອງພັກປປລາວຍົກໃຫ້ເຫັນມູນເຊື້ອພິລະອາດຫານຂອງບັນພະບູລຸດລາວບົນເສັ້ນທາງແຫ່ງການສູ້ຮົບມີໄຊໃນບັ້ນຮົບຕ່າງໆຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າແຕ່ປີ 1945-1954 ແລະ ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແຕ່ປີ 1954 - 1975 ຈົນສາມາດຍາດໄດ້ໄຊຊະນະສຸດທ້າຍ, ສາມາດປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດສົມກັບ ຄໍາຂວັນທີ່ວ່າ“ ກອງທັບຂອງຊາດລາວ ວິລະຊົນ, ຄົນລາວພິລາດອາດຫານ ”.
ໃນການຈັດເຜີຍແຜ່ໃນຄັ້ງນີ້ ເຮັດໃຫ້ສະມາຊິກພັກ - ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງມູນເຊື້ອປະຫວັດສາດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ໃນການສ້າງສາພັດທະນາປະເທດຊາດ ໃນຕະຫຼອດ 72 ປີ ຜ່ານມາ ແລະ ກໍາໄດ້ຄວາມໝາຍຄວາມສໍາຄັນ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ ໃນການນໍາໃຊ້ສິດເປັນເຈົ້າຂອງຕົນ ເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ, ນະຄອນຫຼວງ ຊຸດທີ II ທີ່ຈະມາເຖິງ.