ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ - ຮັບບັດສະມາຊິກພັກສົມບູນ ຊຸດທີ 03 ໃຫ້ສະມາຊິກພັກສົມບູນ ຜູ້ທີ່ຄົບມາດຖານເງື່ອນໄຂ ຈຳນວນ 12 ສະຫາຍ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ປອ.ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະມີບັນດາ ສະຫາຍໃນຄະນະພັກ, ຄະນະກົມ ແລະ ສະມາຊິກພັກ ອ້ອຂ້າງຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ນາງ ພອນດາວັນ ພິນສະຫວັນ, ຫົວໜ້າຫ້ອງການຄະນະພັກ ຄຕພ, ຫົວໜ້າກົມຈັດຕັ້ງ - ພະນັກງານໄດ້ຜ່ານຂໍ້ຕົກລົງການອະນຸມັດມອບບັດສະມາຊິກພັກສົມບູນຂອງພັກ ປະຊາຊົນປະຕິວັດລາວ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດຂຶ້ນມອບບັດສະມາຊິກພັກ ໃຫ້ແກ່ສະມາຊິກພັກສົມບູນ 12 ສະຫາຍ ແລະ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໂດຍສະຫາຍໄດ້ເນັ້ນໜັກເຖິງ ຄວາມໝາຍ ແລະ ຄວາມສຳຄັນຂອງບັດສະມາຊິກພັກ ເພື່ອໃຫ້ ສະມາຊິກພັກກໍາໄດ້ເນື້ອໃນຈິດໃຈ, ຄວາມໝາຍສໍາຄັນຂອງການອອກບັດ ແລະ ມອບບັດສະມາຊິກພັກ ເຊິ່ງເປັນຂະບວນການຂອງທົ່ວພັກ ເພື່ອແນໃສ່ການເພີ່ມທະວີການຄຸ້ມຄອງສະມາຊິກພັກ, ຄຸ້ມຄອງການຈັດຕັ້ງພັກ ແລະ ປ້ອງກັນພັກ, ເພື່ອໃຫ້ພັກ ເພີ່ມຄວາມເຂັ້ມແຂງ, ສືບຕໍ່ມີບົດບາດຊີ້ນໍາ - ນໍາພາສືບທອດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ໃນວັນດຽວກັນ, ຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ຈັດການໂອ້ລົມ ພະນັກງານຫຼັກແຫຼ່ງ ກ່ອນພັກຜ່ອນຮັບບໍານານ ແລະ ພະນັກງານ ທີ່ມີຄວາມຫ້າວຫັນ ໄດ້ຮັບການເລື່ອນຕໍາແໜ່ງບໍລິຫານຂັ້ນພະແນກ ຈໍານວນໜຶ່ງ.