ໃນຕອນບ່າຍຂອງ ວັນທີ 21 ກໍລະກົດ2020, ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ,ທ່ານປອ ນ. ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາຂອງ ທ່ານ Leo Faber, ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ໃນໂອກາດສໍາເລັດໜ້າທີ່ການທູດ ຢູ່ ສ ປປ ລາວ.
ໃນໂອກາດພົບປະ ທ່ານ ປອ ນ. ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ການທູດຂອງທ່ານ Leo Faberຢູ່ ສປປ ລາວ ຕະຫຼອດໄລຍະ 04 ປີ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ໄດ້ຮັບການຂະຫຍາຍຕົວ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ສະພາບເອີຣົບຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາປະເທດຊາດ ເພື່ອບັນລຸເປົ້າໝາຍນໍາເອົາປະເທດອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.
ທ່ານທູດ Leo Faber ໄດ້ກ່າວຂອບໃຈຢ່າງຈິງໃຈມາຍັງທ່ານ ປອ ນ. ສູນທອນ ໄຊຍະຈັກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ການຮ່ວມມືອໍານວຍຄວາມສະດວກທຸກປະການ ໃນໄລຍະປະຕິບັດໜ້າທີ່ ຢູ່ ສປປ ລາວ,ພ້ອມທັງໄດ້ຊົມເຊີຍຕໍ່ຜົນສຳເລັດ ໃນການສ້າງສາພັດທະນາປະເທດຂອງ ສປປ ລາວ, ພິເສດແມ່ນການ ຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ Covid-19, ໄດ້ສະແດງຄວາມຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂົງເຂດຕ່າງໆ ເພື່ອເສີມຂະຫຍາຍການພົວພັນລະຫວ່າງ ສປປ ລາວ-ສະຫະພາບເອີຣົບ ເພື່ອຜົນປະໂຫຍດຂອງສອງຝ່າຍກໍ່ຄື ເພື່ອພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ທ່ານ ປອ ນ. ສູນທອນ ໄຊຍະຈັກ ອວຍພອນໃຫ້ແກ່ທ່ານ Leo Faber ຈົ່ງປະສົບຜົນສຳເລັດໃໝ່ໃນໜ້າທີ່ວຽກງານໃນຕໍ່ໜ້າ ແລະ ເດີນທາງກັບຄືນປະເທດໂດຍສະຫວັດດີພາບ.