Error: No articles to display
Error: No articles to display
ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ຂໍສົ່ງຄຳອວຍພອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ຈົ່ງປະສົບຜົນສຳເລັດ ອັນຈົບງາມ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ມະຕິກອງປະຊຸມໃຫຍ່ຄັ້ງນີ້ຈະປະກອບສ່ວນເຂົ້າໃນການກໍ່ສ້າງສັງຄົມນິຍົມໃຫ້ມີຄວາມເຂັ້ມແຂງ. ພວກຂ້າພະ ເຈົ້າສະແດງຄວາມຊົມເຊີຍຕໍ່ບັນດາເປົ້າໝາຍທີ່ວາງອອກຮອດປີ 2030 ເຊິ່ງຈະເປັນການຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອຜົນປະໂຫຍດ ຂອງສັງຄົມລາວ.
ພັກກອມມູນິດກູບາ ແລະ ພັກປະຊາຊົນປະຕິວັດລາວ ໄດ້ມີການພັດທະນາສາຍພົວພັນພິເສດຖານອ້າຍນ້ອງ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາ ມັກຄີຊຶ່ງກັນ ແລະ ກັນ, ຊຶ່ງຄວາມສາມັກຄີລະຫວ່າງປະຊາຊົນຂອງພວກເຮົານັ້ນແມ່ນຢູ່ໃນລະດັບສູງສຸດແລ້ວ.
ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ພັກປະຊາຊົນປະຕິວັດລາວ ທີ່ໃຫ້ການສະໜັບສະໜູນແກ່ກູບາ ໂດຍສະເພາະແມ່ນ ການຕໍ່ສູ້ຕ້ານນະໂຍບາຍປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງລັດຖະບານສະຫະລັດອາເມລິກາ ອັນໄດ້ສ້າງຜົນກະທົບຕໍ່ການພັດ ທະນາທາງດ້ານເສດຖະກິດ ແລະ ການເງິນ ຢ່າງຮ້າຍແຮງ, ສ້າງຄວາມເສຍຫາຍໃຫ້ແກ່ຄອບຄົວ, ເປັນອຸປະສັກຕົ້ນຕໍ ໃນການພັດທະນາປະເທດຊາດ ແລະ ເປັນການລະເມີດສິດທິມະນຸດຕໍ່ປະຊາຊົນກູບາ.
ໃນຖານະຜູ້ສືບທອດທີ່ສັດຊື່ຕໍ່ຄຳສອນຂອງສະຫາຍ Fidel Castro Ruz ຜູ້ນຳປະຕິວັດ ແລະ ຜູ້ບັນຊາການສູງສຸດກູບາ, ພວກຂ້າພະເຈົ້າຈະສືບຕໍ່ ເສີມຂະຫຍາຍສາຍພົວພັນອັນໃກ້ຊິດທີ່ເປັນພື້ນຖານແຫ່ງຄວາມສາມັກຄີຂອງພວກເຮົາໃຫ້ແໜ້ນແຟ້ນຍິ່ງຂື້ນ.
ຄະນະບໍລິຫານງານສູນກາງພັກກອມມູນິດກູບາ
ຮາວານາ, ວັນທີ 14 ມັງກອນ 2021
ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ຂໍຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງສຸດອົກສຸດໃຈ ແລະ ໂດຍຜ່ານ ກອງປະຊຸມໃຫຍ່ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນຖານສະຫາຍ ໄປຍັງ ສະມາຊິກພັກ ປປ ລາວ ທຸກຖ້ວນໜ້າ.
ຕະຫລອດໄລຍະ 5 ປີ ຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ຈັດຕັ້ງນຳພາ ສະມາຊິກພັກ ແລະ ປະຊາ ຊົນໃນທົ່ວປະເທດ ຢ່າງສະຫລາດສ່ອງໃສ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ບັນລຸຜົນສຳເລັດອັນໃຫຍ່ຫລວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ.
ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະ ຊາຊົນ ປະຕິວັດລາວ ຈະເປັນໂອກາດ ແຫ່ງການສ້າງເຫດການສຳຄັນອັນໃໝ່ ໃນການຕໍ່ສູ້ຂອງພັກ ເພື່ອບັນລຸຄວາມຈະເລີນວັດທະນາຂອງປະເທດຊາດ ແລະ ຍົກສູງບົດບາດການນຳພາ ຂອງພັກ ຍິ່ງໆຂຶ້ນ.
ໃນໂອກາດນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອລະຫວ່າງ ສອງພັກ, ສອງປະເທດພວກເຮົາ ຈະໄດ້ຮັບການພັດທະນາສູ່ລະດັບສູງ. ພາຍໃຕ້ການເອົາໃຈໃສ່ອັນເລີກເຊິ່ງຂອງ ບັນດາຜູ້ນຳສູງສຸດຂອງສອງປະເທດ ການຕໍ່ສູ້ ຮ່ວມກັນ ເພື່ອຜົນສຳເລັດຂອງພາ ລະກິດສັງຄົມນິຍົມ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ຂໍອວຍພອນໄຊອັນປະເສີດໃຫ້ ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫລວງ.
ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ
ວັນທີ 13 ມັງກອນ, ປີ ຈຸເຊ110 (2021)
ນະຄອນຫລວງພຽງຢາງ
ຄະນະກຳມະການສູນກາງພັກກອມມູນິດຈີນ ຖືເປັນກຽດຕາງໜ້າໃຫ້ແກ່ ພັກກອມມູນິດຈີນ ແລະ ປະຊາຊົນຈີນ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະ ຂໍສົ່ງຄວາມອວຍພອນອັນຈິງໃຈມາເຖິງ ສະມາຊິກພັກປະຊາ ຊົນປະຕິວັດລາວ ແລະ ປວງຊົນລາວທຸກຖ້ວນໜ້າ ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງ ພັກປະຊາຊົນປະຕິວັດລາວ ອັນມີ ສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ ໄດ້ຖືສໍາຄັນຕໍ່ວຽກງານການກໍ່ສ້າງພັກ, ເອົາໃຈໃສ່ເພີ່ມທະວີ ແລະ ສ້າງຄວາມໜັກແໜ້ນໃຫ້ແກ່ ການນໍາພາຂອງພັກ, ເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ນໍາພາທົ່ວພັກ ແລະ ປະຊາຊົນລາວທຸກຖ້ວນໜ້າ ຊຸກຍູ້ພາລະກິດແຫ່ງການກໍ່ສ້າງ ລະບອບສັງຄົມນິຍົມ ແລະ ການປ່ຽນ ແປງໃໝ່, ພ້ອມທັງຍາດໄດ້ຜົນສໍາເລັດອັນສໍາຄັນເປັນຈໍານວນຫຼວງຫຼາຍ. ພວກຂ້າພະເຈົ້າມີຄວາມປິຕິຊົມ ຊື່ນທີ່ເຫັນວ່າ ພາຍໃຕ້ການປະເຊີນໜ້າກັບການເກີດ ແລະ ແຜ່ລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ແບບກະທັນຫັນ, ສູນກາງພັກປະຊາຊົນປະຕິວັດລາວ ໄດ້ສະແດງບົດບາດເປັນແກນນໍາໃນການນໍາພາ, ຊຸກຍູ້ການສະກັດກັ້ນ-ຄວບຄຸມການລະບາດຂອງພະຍາດໄປຄວບ ຄູ່ກັບການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ການເມືອງມີສະຖຽນລະພາບ, ເສດຖະກິດຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການ ປັບປຸງດີຂຶ້ນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມຄັ້ງສໍາຄັນ ທີ່ເປີດຂຶ້ນໃນທ່າມກາງທີ່ພາລະກິດ ຂອງ ພັກ ແລະ ສປປ ລາວ ໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່ ເຊິ່ງແນ່ນອນຈະເປັນການປະກອບສ່ວນຢ່າງເລິກເຊິ່ງ ແລະ ຍາວນານ ໃຫ້ແກ່ການຊຸກຍູ້ ພາລະກິດການກໍ່ສ້າງສັງຄົມນິຍົມຂອງລາວ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງສູນກາງພັກປະຊາຊົນປະຕິວັດ ລາວ, ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ກໍານົດທິດທາງທີ່ສໍາຄັນ ແລະ ເປັນກໍາລັງຊຸກດັນເພື່ອຄວາມກ້າວໜ້າ ຂອງ ການພັດທະນາພາລະກິດສັງຄົມນິຍົມ ຢູ່ ສປປ ລາວ.
ພັກ ແລະ ລັດຖະບານຈີນ ຖືສໍາຄັນລະດັບສູງຕໍ່ສາຍພົວພັນລະຫວ່າງ ສອງພັກ, ສອງລັດ ຈີນ-ລາວ ແລະ ຍິນດີຮ່ວມກັບຝ່າຍລາວຈັດຕັ້ງຜັນຂະ ຫຍາຍຄວາມຮັບຮູ້ອັນສໍາຄັນ ລະຫວ່າງການນໍາສູງສຸດ ຂອງ ສອງພັກ, ສອງລັດ ຈີນ-ລາວ ຕາມຈິດໃຈແຫ່ງການເປັນ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ “ໝັ້ນຄົງຍາວນານ, ບ້ານໃກ້ເຮືອນ ຄຽງທີ່ດີ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຮ່ວມມືຮອບດ້ານ” ລະຫວ່າງ ຈີນ-ລາວ, ຊຸກຍູ້ໃຫ້ສາຍພົວພັນສອງຝ່າຍ ແລະ ການສ້າງຄູ່ຮ່ວມຊາ ຕາກຳ ສືບຕໍ່ກ້າວຂຶ້ນສູ່ລະດັບສູງອັນໃໝ່ເລື້ອຍໆ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍຂຶ້ນ, ພ້ອມທັງປະກອບສ່ວນໃຫ້ແກ່ການປົກປັກ ຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ໃຫ້ນັບມື້ນັບຫຼາຍຂຶ້ນ.
ອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.
ຄະນະກຳມະການສູນກາງພັກກອມມູນິດຈີນ
ນະຄອນຫຼວງປັກກິ່ງ, ວັນທີ 13 ມັງກອນ 2021
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ນະຄອນຫຼວງຮ່າໂນ້ຍ, ວັນທີ 08 ມັງກອນ 2021,
ຮຽນບັນດາສະຫາຍ,
ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ, ຕາງໜ້າພັກກອມມູນິດຫວຽດນາມ, ພວກຂ້າ ພະເຈົ້າ ຂໍສະແດງຄວາມຂ່ຳນັບຊົມເຊີຍຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ສົ່ງຄຳອວຍພອນໄຊອັນປະເສີດທີ່ສຸດມາຍັງ ກອງປະຊຸມໃຫຍ່ ແລະ ຜ່ານກອງປະຊຸມໃຫຍ່ມາຍັງ ສະມາຊິກພັກ ແລະ ປະຊາຊົນລາວທຸກຖ້ວນໜ້າ.
ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ບັນດາໄຊຊະນະອັນສະຫງ່າລາສີໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ ກໍ່ຄືບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດທີ່ປະຊາຊົນລາວອ້າຍນ້ອງຍາດມາໄດ້, ໂດຍສະເພາະແມ່ນໄລຍະ 35 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ແລະ 5 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງພັກ ປະຊາຊົນ ປະຕິວັດລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊົນລາວ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ບັນດາຜົນ ສໍາເລັດດັ່ງກ່າວ ເປັນການຢືນຢັນອີກຄັ້ງໜຶ່ງ ເຖິງການນຳພາອັນສະຫຼາດສ່ອງໃສ, ແນວທາງອັນຖືກຕ້ອງ ແລະ ປະດິດສ້າງຂອງພັກປະຊາຊົນປະຕິ ວັດລາວ; ເປັນການສະແດງເຖິງມານະຈິດປະຕິວັດທີ່ເດັດດ່ຽວໜຽວແໜ້ນ, ບໍ່ທໍ້ຖອຍຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ເດັດດ່ຽວສູ້ຊົນເພື່ອ ຈຸດໝາຍຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດແຫ່ງ ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປປ ລາວ ແມ່ນເຫດການການເມືອງທີ່ສຳຄັນຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍແຫ່ງການພັດທະນາໃນໄລຍະໃໝ່ ຂອງການປະຕິວັດລາວ ດ້ວຍການສືບຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່, ເພີ່ມທະວີກ້ອນກຳລັງ ມະຫາສາມັກຄີທົ່ວປວງຊົນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ສ້າງການຫັນປ່ຽນຢ່າງເຂັ້ມແຂງ ໃນການພັດທະນາເສດຖະກິດ-ສັງຄົມ, ຍົກ ສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ສູ້ຊົນນຳພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ນໍາພາປະເທດຊາດ ກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ໃນຖານະເປັນເພື່ອນ, ເປັນມິດສະຫາຍ ອ້າຍນ້ອງ ທີ່ສະໜິດສະໜົມ ຮ່ວມອຸດົມການ, ພວກຂ້າພະເຈົ້າກຽມພ້ອມສະເໝີ ທີ່ຈະຮ່ວມທຸກຮ່ວມສຸກ ກັບພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ອ້າຍນ້ອງ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນສະເໝີວ່າ ພາຍໃຕ້ການນຳພາຂອງພັກປະ ຊາຊົນ ປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຢ່າງມີໄຊ; ສ້າງປະເທດລາວ ສັນຕິພາບ ເອກະລາດປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ສູ່ຈຸດໝາຍສັງຄົມນິຍົມ.
ຮຽນບັນດາສະຫາຍ,
ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ແມ່ນຊັບສົມບັດອັນລ້ຳຄ່າ ທີ່ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງທີ່ແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ ແລະ ລາວ ກໍ່ຄືບັນດາຮຸ່ນການ ນຳຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ ແລະ ຮັກສາໄວ້ໃຫ້ຮຸ່ນຄົນຕໍ່ໄປ. ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ-ລາວ ແມ່ນການພົວພັນທີ່ມີຄວາມໝາຍເປັນຕາຍ, ມີບົດບາດອັນສຳຄັນຕໍ່ພາລະກິດປົກປ້ອງເອກະລາດແຫ່ງ ຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສ້າງລະບອບສັງຄົມນິຍົມຢູ່ແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເພື່ອເຂົ້າໃນສັນຕິ ພາບ, ຄວາມສະຫງົບສຸກ, ການຮ່ວມມື ແລະ ການພັດທະນາໃນຂົງເຂດ ແລະ ໃນໂລກ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຢືນຢັນວ່າ ເຖິງຈະຢູ່ ໃນສະຖານະການໃດ ກໍ່ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ສືບ ທອດ ສາຍພົວພັນພິເສດ ຫວຽດນາມ-ລາວ ໄວ້ໃຫ້ຄົນຮຸ່ນຕໍ່ໆໄປ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອໜຶ່ງ, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະ ເລິກເຊິ່ງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນໃຫຍ່ຫຼວງ, ລ້ຳຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະພາບແຫ່ງຊາດໃນເມື່ອກ່ອນ ກໍ່ຄືພາລະກິດແຫ່ງການປ່ຽແປງໃໝ່, ສ້າງ ສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.
ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວຈົ່ງປະສົບຜົນສຳເລັດຢ່າງຈົບງາມ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ໃນໂອກາດດຽວກັນນີ້, ການນໍາຂັ້ນສູງ ຂອງຄະນະຂອງສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມແຫ່ງຊາດຫວຽດນາມ, ກະຊວງ, ຂະ ແໜງການ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງຕ່າງໆ ແລະ ທ້ອງຖິ່ນຂອງ ສສ ຫວຽດນາມ ກໍ່ໄດ້ສົ່ງໂທລະເລກອວຍພອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໂດຍຜ່ານຄູ່ຕໍາແໜ່ງຂອງລາວເຮົາ.
ສານອວຍພອນ
ເຖິງ: ຄະນະກໍາມະການສູນກາງພັກກອມມູນິດຈີນ.
ທີ່ນະຄອນຫລວງປັກກິ່ງ
ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 99 ປີ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະມາຊິກພັກປະຊາຊົນປະຕິວັດລາວ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ໂດຍມີ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ເປັນແກນນໍາ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະເກືອບໜຶ່ງສັດຕະວັດທີ່ຜ່ານມາແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ພັກກອມມູນິດຈີນ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຕໍ່ພາລະກໍາປະຫວັດສາດຂອງຕົນ, ຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດໃນແປວໄຟປະຕິວັດ ນໍາພາປະຊາຊົນຈີນເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຢ່າງສະຫງ່າຜ່າເຜີຍໃນປີ 1949, ອັນເປັນການເປີດສັງກາດໃໝ່ແຫ່ງການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ; ພັກໄດ້ນໍາພາພາລະກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງປະດິດສ້າງ ເຮັດໃຫ້ ສປ ຈີນ ມີການພັດທະນາຢ່າງມະຫັດສະຈັນ ແລະ ກ້າວກະໂດດ, ປະຊາຊົນຈີນອ້າຍນ້ອງຫຼາຍຮ້ອຍລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ອັນໄດ້ສ້າງທ່ວງທ່າ ທັງເປັນພື້ນຖານໜັກແໜ້ນໃຫ້ແກ່ການສືບຕໍ່ພາລະກິດສ້າງສາພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.
ບົນພື້ນຖານການສືບທອດມູນເຊື້ອອັນສະຫງ່າງາມຂອງພັກ ແລະ ປະຊາຊົນຈີນ, ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນນໍາ ໄດ້ສືບຕໍ່ນໍາພາປະຊາຊົນຈີນທົ່ວທັງປະເທດ ເຊີດຊູຄັນທຸງອັນຍິ່ງໃຫຍ່ຂອງສັງຄົມນິຍົມ, ຢຶດໝັ້ນການນໍາພາຂອງພັກ, ຖືປະຊາຊົນເປັນເຈົ້າ ໄດ້ສືບຕໍ່ການກໍ່ສ້າງສັງຄົມນິຍົມຕາມສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່, ສູ້ຊົນບັນລຸເປົ້າໝາຍສູ້ຊົນ “100 ປີ 2 ເຫດການ” ອັນໄດ້ເຮັດໃຫ້ພາລະກິດແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄື ການສ້າງສາພັດທະນາປະເທດຊາດຂອງຈີນ ສືບຕໍ່ມີຜົນສຳເລັດໃຫຍ່ຫຼວງ, ຮອບດ້ານ, ປະຊາຊົນຈີນສືບຕໍ່ດຳລົງຊີວິດດ້ວຍຄວາມຜາສຸກ, ສັງຄົມມີຄວາມສະຫງົບກົມກຽວປອງດອງ, ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ໝັ້ນທ່ຽງ, ການພົວພັນຮ່ວມມືກັບຕ່າງປະເທດນັບມື້ກວ້າງຂວາງ ແລະ ເລິກເຊິ່ງ, ບົດບາດຂອງພັກກອມມູນິດຈີນ ແລະ ສປ ຈີນ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພັກປະຊາຊົນປະຕິວັດລາວ ຕີລາຄາສູງ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ. ຜົນສໍາເລັດດັ່ງກ່າວ ໄດ້ເປັນບົດຮຽນອັນລໍ້າຄ່າ ແລະ ເປັນກໍາລັງໃຈຢ່າງແຮງກ້າ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການສືບຕໍ່ດໍາເນີນພາລະກິດປົກປັກຮັັກສາ ແລະ ສ້າງສາພັດທະນາປະເທດຊາດສູ່ຈຸດໝາຍສັງຄົມນິຍົມໃນໄລຍະໃໝ່.
ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານນັ້ນ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນ ແລະ ການພົວພັນດັ່ງກ່າວ ແມ່ນພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດຂອງການພົວພັນລະຫວ່າງສອງຝ່າຍພວກເຮົາ, ໂດຍສະເພາະແມ່ນພາຍຫຼັງທີ່ສອງພັກ ໄດ້ຕົກລົງຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ຕໍ່ມາຍົກລະດັບຂຶ້ນເປັນການພົວພັນແບບຄູ່ຮ່ວມຊາຕາກໍາດຽວກັນ, ການພົວພັນຮ່ວມມືສອງຝ່າຍໃນທຸກຂະແໜງ ການໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເຂົ້າສູ່ລວງເລິກ ຢ່າງເປັນຮູບປະທໍາ, ສາມາດນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາໄດ້ຢ່າງແທ້ຈິງ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າຂໍອວຍພອນໃຫ້ພັກກອມມູນິດຈີນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝຕາມສີສັນພິເສດຂອງຈີນຕາມຄາດໝາຍທີ່ວາງໄວ້.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂື້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມື້ນັບຫຼາຍ.
ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2020
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ