Error: No articles to display
Error: No articles to display
ສານປາກເປົ່າ
ຮຽນ: ສະຫາຍບຸນຍັງວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວທີ່ນັບຖື ແລະຮັກແພງ.
ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບອັນອົບອຸ່ນ ແລະສະໜິດສະໜົມຂອງສະຫາຍເລຂາທິການໃຫຍ່ບຸນຍັງວໍລະຈິດ ໃນບໍ່ດົນທີ່ຜ່ານມາ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເຫັນວ່າການສະໜັບສະໜູນຊ່ວຍເຫຼືອຂອງຝ່າຍຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການສະກັດກັ້ນ, ປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ສປປລາວ. ນະທີ່ນີ້, ຂ້າພະເຈົ້າຕາງໜ້າໃຫ້ພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຝ່າຍລາວພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງວໍລະຈິດ ເປັນແກນນໍາ ທີ່ຍາດໄດ້ຜົນສຳເລັດໃນວຽກງານການສະກັດກັ້ນ, ການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ສປປລາວ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີການຮ່ວມມືກັນໃນການຕ້ານການລະບາດຂອງພະຍາດໂຄວິດ-19, ພ້ອມທັງ ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍຈີນ-ລາວກໍຄືປະຊາຄົມສາກົນ, ພວກເຮົາຈະສາມາດພ້ອມກັນຍາດໄດ້ໄຊຊະນະໃນຂັ້ນສຸດທ້າຍ ຂອງການຕໍ່ສູ້ຕ້ານການລະບາດຂອງພະຍາດດັ່ງກ່າວນີ້ໄດ້ຢ່າງແນ່ນອນ.
ຂ້າພະເຈົ້າຖືສຳຄັນລະດັບສູງໃນການເພີ່ມພູນຄູນສ້າງແລະເສີມຂະຫຍາຍສາຍພົວພັນລະຫວ່າງສອງພັກ, ສອງປະເທດຈີນ-ລາວ, ຍິນດີຮ່ວມກັບສະຫາຍພ້ອມກັນຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ເດີນໜ້າດ້ວຍຄວາມໝັ້ນທ່ຽງ, ນໍາເອົາຜົນປະໂຫຍດມາສູ່ສອງປະເທດແລະປະຊາຊົນສອງຊາດໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ຂ້າພະເຈົ້າຮັບຊາບວ່າພັກປະຊາຊົນປະຕິວັດລາວຈະດຳເນີນກອງປະຊຸມໃຫຍ່ຄັ້ງທີXI ຂອງຕົນໃນຕົ້ນປີ 2021, ພັກກອມມູນິດຈີນຈະໃຫ້ການສະໜັບສະໜູນຕໍ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນແລະອວຍພອນໃຫ້ການຈັດກອງປະຊຸມໃຫຍ່ດັ່ງກ່າວປະສົບຜົນສຳເລັດຢ່າງຈົບງາມ; ຂໍສະແດງຄວາມຍິນດີຕ້ອນຮັບສະຫາຍເລຂາທິການໃຫຍ່ບຸນຍັງວໍລະຈິດມາຢ້ຽມຢາມສປຈີນໃນເວລາທີ່ທັງສອງຝ່າຍມີຄວາມສະດວກ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ພົບກັບສະຫາຍອີກເທື່ອໃໝ່.
ວັນທີ 15 ມິຖຸນາ 2020
ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,
ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ
ຄະນະບໍລິຫານງານສູນກາງພັກແຮງານເກົາຫຼີ ໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຊຶ່ງມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (22/03/1955-22/03/2020) ຕາງໜ້າພັກແຮງງານເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ, ພວກຂ້າພະເຈົ້າຂໍສົ່ງມິດຈິດມິດໃຈ ຖານສະຫາຍອ້າຍນ້ອງ ທີ່ຮ່ວມອຸດົມການດຽວກັນ ແລະ ຄຳອວຍພອນອັນອົບອຸ່ນທີ່ສຸດ ມາຍັງຄະນະບໍລິຫານງານສູນກາງພັກ, ພະນັກງານ, ສະມາຊິກພັກປະຊາຊົນ ປະຕິວັດລາວ ທຸກຖ້ວນໜ້າ.
ຕະຫຼອດໄລຍະເວລາ 65 ປີ ທີ່ຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາົຊນລາວ ອັນມີ ປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເປັນຜູ້ນຳໜ້າໃນເມື່ອກ່ອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ເປັນຜູ້ນຳພາໃນປັດຈຸບັນ, ປະຊາຊົນລາວ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ, ການເມືອງມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ ມີຄວາມໜັກແໜ້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ; ການພົວພັນຕ່າງປະເທດ ໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງພັກປະຊາຊົນ ປະຕິວັດລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ.
ພວກຂ້າພະເຈົ້າ ເຊື່ອໜັ້ນວ່າ ພາຍໃຕ້ການນຳພາ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູງກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ເປັນຜູ້ນຳ, ປະຊາຊົນ ແລະ ບັນດາສະມາຊິກພັກທຸກຖ້ວນໜ້າ ຈະສືບຕໍ່ຍາດໄດ້ບັນດາຜົນສຳເລັດໃໝ່ອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ຢ່າງມີໄຊ.
ອວຍພອນໃຫ້ສານພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ສປປ ເກົາຫຼີ ທີ່ປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ແລະ ປະທານ ກິມ ອິນ ຊຸງ, ຜູ້ນຳທີ່ຍິ່ງໃຫຍ່ ຂອງ ສປປ ເກົາຫຼີ ຮ່ວມກັນສ້າງຂຶ້ນມາແຕ່ດົນນານແລ້ວນັ້ນ ນັບມື້ນັບ ແໜ້ນແຟ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອພາລະກິດປະຕິວັດຢູ່ສອງປະເທດ ກໍ່ຄືນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ເຖິງ: ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຊາຊົນປະຕິວັດລາວ
ທີ່ ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ຂໍສະແດງຄວາມຊົມເຊີຍ ແລະ ສົ່ງພອນໄຊອັນປະເສີດມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໃນການພັດທະນາເສດຖະກິດ-ສັງຄົມ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ ແລະ ເພື່ອສືບຕໍ່ຍົກສູງບົດບາດຂອງພັກໃຫ້ນັບມື້ນັບສູງເດັ່ນໃນປະເທດກໍ່ຄືໃນເວທີສາກົນ.
ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ຕີລາຄາສູງ ແລະ ຂໍສະແດງຄວາມຊົມເຊີຍ ຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະ ຫວ່າງສອງພັກ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ໄດ້ຍົກລະດັບການພົວພັນ "ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ "
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຊາຊົນປະຕິວັດລາວ ອັນມີ ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເປັນຜູ້ນຳພາ, ປະຊາຊົນລາວຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ ໃນການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ວາງອອກ.
ໃນໂອກາດອັນສະຫງ່າລາສີນີ້ ພວກຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສາພັດທະນາປະເທດຊາດ ກ້າວໄປສູ່ຄວາມຈະເລີນວັດທະນາ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມື ລະຫວ່າງພັກ,ລັດຖະບານ ແລະ ປະຊາຊົນສອງຊາດພວກເຮົາ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ນະຄອນຫຼວງພະນົມເປັນ, ວັນທີ 19 ມີນາ 2020
ຄະນະບໍລິຫານງານ ສູນກາງພັກປະຊາຊົນກຳປູເຈຍ
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
ທີ່ ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ພວກຂ້າພະເຈົ້າຕາງໜ້າພັກກອມມູນິດຈີນ ແລະ ປະຊາຊົນຈີນ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງທຸກຖ້ວນໜ້າ.
65 ປີ ທີ່ຜ່ານມາ ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວ ສາມັກຄີເປັນປຶກແຜ່ນປະສົບຜົນສຳເລັດການຕໍ່ສູ້ປົດປ່ອຍຊາດ ແລະ ຍາດອົາເອກະລາດຂອງປະເທດຊາດ, ບັນລຸໄດ້ໝາກຜົນສະຫງ່າງາມຂອງການກໍ່ສ້າງສັງຄົມນິຍົມ ແລະ ປະຕິຮູບໃໝ່. ປັດຈຸບັນ ສປປ ລາວ ມີສະເຖຍລະພາບທາງດ້ານການເມືອງທີ່ໝັ້ນຄົງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ປົວແປງດີຂຶ້ນ, ບົດບາດອິດທິພົນໃນເວທີສາກົນນັບມື້ເພີ່ມຂື້ນຢ່າງບໍ່ຢຸດຢັ້ງ. ໃນຖານະທີ່ເປັນມິດສະຫາຍກັນ ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນນຳບັນດາສະຫາຍຢ່າງຈິງໃຈ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຢ່າງເຂັ້ມເເຂງຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກ່ນສານຂອງພັກ ແລະ ປະຊາຊົນລາວ ບັນດາສະຫາຍ ຈະປັບປຸງການນໍາພາຂອງພັກ ໃຫ້ສົມບູນ ແລະ ຊຸກຍູ້ພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ພາລະກິດການປ່ຽນແປງໃໝ່ຢ່າງໜັກແໜ້ນ ເພື່ອຕ້ອນຮັບການເປີດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ດ້ວຍໝາກຜົນທີ່ດີເດັ່ນ.
ພັກກອມມູນິດຈີນ ໃຫ້ຄວາມສຳຄັນຢ່າງສູງຕໍ່ການພັດທະນາສາຍພົວພັນ ຈີນ-ລາວ. ໃນເດືອນເມສາ 2019 ທີ່ຜ່ານມາ, ສະຫາຍ ສີ ຈີ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການບໍລິຫານງານສູນກາງພັກກອມມູນິດຈີນ ແລະ ສະ ຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮ່ວມກັນລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເຊີ່ງໄດ້ຊີ້ນຳທິດທາງໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງປະເທດໃນຍຸກສະໄໝໃໝ່ຢ່າງຊັດເຈນ. ນັບແຕ່ເກີດມີການລະບາດຂອງເຊື້ອພະຍາດໂຄວິດ-19 ເປັນຕົ້ນມາ, ພັກ-ລັດ ແລະ ປະຊາຊົນລາວທຸກຂະແໜງການໃນສົງຄົມ ໄດ້ສະແດງຄວາມເຫັນໃຈຕໍ່ຝ່າຍຈີນ ແລະ ໃຫ້ການຊ່ວຍເຫຼືອທຶນຮອນ ແລະ ວັດຖຸອຸປະກອນ ເຊີ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈແຫ່ງການເປັນຄູ່ຮ່ວມຊາຕາກຳທີ່ຮ່ວມລົງເຮືອລຳດຽວກັນ ມີການຊ່ວຍເຫຼືອເຊີ່ງກັນແລະກັນ.
ພັກກອມມູນິດຈີນຍີນດີຈະຮ່ວມກັບພັກປະຊາຊົນປະຕິວັດລາວ ຈັດຕັ້ງປະຕິບັດຂໍ້ຕົກລົງສຳຄັນຂອງສະຫາຍເລຂາທິການໃຫຍ່ສອງພັກໃຫ້ດີ, ພ້ອມກັນສົ່ງເສີມການເເລກປ່ຽນດ້ານຍຸດທະສາດ, ເພີ່ມທະວີຄວາມເຂົ້າ ໃຈກັນດ້ານການເມືອງ, ລົງເລິກການແລກປ່ຽນ ກ່ຽວກັບບົດຮຽນດ້ານການຄູ້ມຄອງພັກ-ບໍລິຫານລັດ, ເສີມຂະ ຫຍາຍການຮ່ວມມືທີ່ເປັນຮູບປະທຳໃນທຸກຂະແໜງການ ແລະ ການຊຸກຍູ້ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ຊຸກຍູ້ພາລະກິດສັງຄົມນິຍົມຂອງສອງປະເທດໃຫ້ມີຄວາມຄືບໜ້າໃໝ່ ແລະ ປະກອບສ່ວນອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດແຫ່ງຄວາມກ້າວໜ້າຂອງມວນມະນຸດ.
ຂໍອວຍພອນໃຫ້ພາລະກິດການສ້າງສັງຄົມນິຍົມ ແລະ ປະຕິຮູບໃໝ່ ທີ່ນຳພາໂດຍພັກປະຊາຊົນປະຕິວັດລາວ ປະສົບຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງຍິ່ງໆຂຶ້ນໄປ.
ຂໍອວຍພອນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ຈີນ-ລາວ ສືບຕໍ່ເສີມຂະຫຍາຍຕະຫຼອດໃນແຕ່ລະໄລຍະ ແລະ ໝັ້ນຄົງນະນົງແກ່ນເລື້ອຍໆໄປ.
ຄະນະກຳມະການສູນກາງພັກກອມມູນິດຈີນ
ນະຄອນຫຼວງປັກກິ່ງ, ວັນທີ 22 ມີນາ 2020
ສານອວຍພອນ
ສະຫາຍ ກິມ ເຈິງ ອຸນ, ປະທານພັກແຮງງານເກົາຫຼີ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄຳທັກທາຍຖານສະຫາຍ ມາຍັງສະຫາຍ ແລະ ໂດຍຜ່ານຫາຍ ໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະມາຊິກພັກທຸກຖ້ວນໜ້າຂອງພວກສະຫາຍ.
ຕະຫຼອດໄລຍະ 63 ປີທີ່ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງນຳພາປະຊາຊົນລາວ ແລະ ສ້າງຜົນສຳເລັດອັນໃຫຍ່ຫຼວງໃນການຕໍ່ສູ້ເພື່ອສ້າງລະບອບປະຊາທິປະໄຕປະຊາຊົນ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ພັດທະນາປະເທດຊາດໂດຍເປັນເອກະລາດ ແລະ ສ້າງສາປະເທດຊາດໃຫ້ມີຄວາມຈະເລີນວັດທະນາຖາວອນ.
ໃນໂອກາດນີ້ ຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງພັກ ແລະ ປະຊາຊົນສອງຊາດພວກເຮົາຈະໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນການຕໍ່ສູ້ຮ່ວມກັນເພື່ອສັງຄົມນິຍົມ ແລະ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ພວກສະຫາຍຈົ່ງປະສົບຜົນສຳເລັດອັນຍິ່ງໃຫຍ່ກ່ວາເກົ່າໃນການເຄື່ອນໄຫວເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 10.