Error: No articles to display
Error: No articles to display
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2020 ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເອກະສານວັນສຳຄັນຂອງພັກ, ຂອງຊາດ ເປັນຕົ້ນແມ່ນ: ວັນປະກາດເອກະລາດ ຄົບຮອບ 75 ປີ(12/10/1945-12/10/2020), ວັນສ້າງຕັ້ງການທູດລາວຄົບຮອບ 75 ປີ(12/10/1945-12/10/2020) ແລະ ເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ເລກທີ 118/ກມສພ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ເຊິ່ງໃຫ້ກຽດປາຖະກະຖາໂດຍ ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ມີບັນດາສະຫາຍ ໃນຄະນະບໍລິຫານງານພັກ, ຄະນະກົມ, ພະແນກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທົ່ວ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການປາຖະກະຖາຄັ້ງນີ້ ສະຫາຍ ຫົວໜ້າ ຄຕພ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ແລະ ອິດສະຫຼະພາບຂອງປະຊາຊົນລາວບັນດາເຜົ່າ ຈາກພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວໃນແຕ່ລະໄລຍະຈົນກ້າວໄປເຖິງໄຊຊະນະ ແລະ ການປະກາດເອກະລາດ 12 ຕຸລາ 1945, ເຊິ່ງໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ ກ່ຽວກັບ ຄວາມເປັນເອກະລາດຊາດລາວ, ຮັບຮູ້ອະທິປະໄຕ ແລະ ເຂດນ້ຳແດນດິນຂອງລາວ ແລະ ຍັງຖືເປັນວັນກຳເນີດ “ ວັນການທູດລາວ”” ແລະ ໄດ້ຫວນຄືນການຕໍ່ສູ້ອັນພິລະອາດຫານ ຂອງປະຊາຊົນລາວ ພາຍໃຕ້ການນໍາພາ ຂອງ ພັກປະຊາຊົນໃນເມື່ອກ່ອນ, ພັກປະຊາຊົນ ປະຕິວັດລາວ ໃນໄລຍະຕໍ່ມາຈົນສາມາດຍາດໄດ້ໄຊຊະນະສຸດທ້າຍ, ເຮັດສໍາເລັດການປະຕິວັດຊາດ ປະຊາທິປະໄຕ ແລະ ສະຖາປານາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ໃນຕອນທ້າຍສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສືບຕໍ່ເຜີຍແຜ່ເນື້ອໃນສຳຄັນຂອງມະຕິ ເລກທີ 118 ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນໍາໆພາ ຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຊີ້ໃຫ້ເຫັນທັດສະນະ ຂອງພັກເຮົາຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ໄດ້ຍົກໃຫ້ເຫັນ ຈຸດປະສົງ, ລະດັບຄາດໝາຍ ແລະ ບັນດາທິດທາງວຽກງານຕົ້ນຕໍໃນການກະກຽມການເລືອກຕັ້ງທີ່ຈະມາເຖິງ, ເປັນຕົ້ນແມ່ນ: ວຽກງານເຜີຍແຜ່-ຮ່ຳຮຽນ ແລະ ເຊື່ອມຊຶມບັນດາເອກະສານ ກ່ຽວກັບ ການເລືອກຕັ້ງ ວຽກງານໂຄສະນາ, ແຂ່ງຂັນ ແລະ ຍ້ອງຍໍ ວຽກງານບຸກຄະລາກອນ ວຽກງານງົບປະມານ ການຈັດຕັ້ງປະຕິບັດ.
ຫຼັງຈາກນັ້ນ, ພະນັກງານທີ່ເຂົ້າຮັບຟັງການເຜີຍແຜ່ ກໍ່ໄດ້ສະເໜີການແລກປ່ຽນ, ປະກອບຄຳເຫັນຢ່າງກົງໄປກົງມາ, ໄດ້ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ພະນັກງານໃນ ຄຕພ.
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ໜ່ວຍພັກກົມ ເອີຣົບ - ອາເມຣິກາ. ໂດຍໃຫ້ກຽດເປັນປະທານ ໂດຍ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ,ສະມາຊິກພັກອ້ອມຂ້າງຄະນະພົວພັນຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ບຸນເບັງ ໄຊຍະປັນຍາ, ເລຂາໜ່ວຍພັກກົມ ເອີຣົບ - ອາເມຣິກາ ໄດ້ຜ່ານບົດສະຫຼຸບລາຍງານໃນປີຜ່ານມາ ໃນການກໍ່ສ້າງໜ່ວຍພັກຈົນສາມາດໄດ້ຮັບນາມມະຍົດເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນມືື້ນີ້. ໜ່ວຍພັກກົມ ເອີຣົບ - ອາເມຣິກາ ເຊິ່ງເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບ ຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ເຊິ່ງໜ່ວຍພັກສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນ ການຄົ້ນຄວ້າວິເຄາະວິໄຈສະພາບການຂອງພາກພື້ນສາກົນໃນຂົງເຂດພັກການເມືອງຕິດພັນກັບການສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ ແລະ ແບບແຜນວິທີນໍາພາ ຕາມລະບຽບຫຼັກການຂອງພັກໄດ້ຢ່າງດີ. ມາຮອດປັດຈຸບັນ ທົ່ວອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ສາມາດສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 100% ອັນເປັນການເພີ່ມກໍາລັງແຮງໃຫ້ແກ່ທົ່ວ ອົງຄະນະພັກ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ.
ຈາກນັ້ນ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ໃຫ້ແກ່ໜ່ວຍພັກໜ່ວຍພັກກົມ ເອີຣົບ - ອາເມຣິກາ ມີຄໍາເຫັນໂອ້ລົມ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງໜ່ວຍພັກກົມ ເອີຣົບ - ອາເມຣິກາ ທີ່ໄດ້ເອົາໃຈໃສ່ປັງປຸງກໍ່ສ້າງໜ່ວຍພັກຕົນໃຫ້ໄດ້ຮັບນາມມະຍົດເປັນໜ່ວຍພັກໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ແລະ ສະແດງຄວາມຫວັງວ່າບັນດາໜ່ວຍພັກ ໃນຄະນະພົວພັນຕ່າງປະເທດສູນກາງພັກ ຈະສືບຕໍ່ນໍາພາໜ່ວຍພັກຂອງຕົນ ເຮັດສໍາເລັດພາລະບົດບາດໜ້າທີ່ ຂອງຕົນ, ການກ້າວໄປສູ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີII ຂອງອົງຄະນະພັກໃນຕໍ່ໜ້າ.
ໃນຕອນເຊົ້າຂອງວັນທີ 20 ຕຸລາ 2020 ຊຶ່ງແມ່ນວັນວັດທະນະທຳແຫ່ງຊາດກູບາ, ຄະນະສະມາຄົມມິດຕະພາບ ລາວ-ກູບາ ໄດ້ຈັດພິທີຢ່າງເປັນທາງການຢູ່ເຂດວິລະຊົນບ້ານດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອປະດິດສະຖານຮູບຫຼໍ່ເຄິ່ງຄີງຂອງ ທ່ານ ໂຮເຊ ມາກຕີ, ວິລະຊົນແຫ່ງຊາດກູບາ ພ້ອມທັງປະກາດເອົາໂຮງຮຽນມັດທະຍົມສົມບູນດົງບັງດັ່ງກ່າວ ເປັນໂຮງຮຽນມັດທະຍົມສົມບູນ ດົງບັງ ມິດຕະພາບ ລາວ-ກູບາ ທັງຮັບເປັນສາຂາ ແລະ ສະມາຊິກລວມໝູ່ຂອງສະມາຄົມມິດຕະພາບ ລາວ-ກູບາ ເຊິ່ງພິທີທາງສາດສະໜາຕາມຮີດຄອງປະເພດນີ ກ່ຽວກັບ ການຍົກຮູບຫຼໍ່ເຄິ່ງຄີງຂື້ນແທ່ນ ແລະ ປະດິດສະຖານແມ່ນໄດ້ຈັດຂື້ນໃນວັນທີ 9 ຕຸລາ 2020 ກ່ອນໜ້ານີ້.
ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ: ທ່ານ ປອ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ສຈ.ປອ ຈະເລີນ ເຍ່ຍປາວເຮີ, ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກ, ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ທ່ານ ປາໂບລ ອັງໂຕນີໂອ ໂລຕລີເກັສ ວິດານ (Pablo Antonio Rodriguez Vidal), ເອກອັກຄະລັດຖະທູດແຫ່ງ ສ.ກູບາ ປະຈໍາ ສປປ ລາວ. ນອກຈາກນັ້ນຍັງມີບັນດາ ສະຫາຍ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ອຳນາດການປົກຄອງເມືອງໄຊທານີ, ອາດິດເອກອັກຄະລັດຖະທູດລາວ ປະຈຳກູບາ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກ ຈາກພາກສວ່ນກ່ຽວຂ້ອງ, ອາດິດນັກສຶກສາຈົບຈາກກູບາ, ນັກສຶກສາພາກພາສາເອັດປາຍໂຍນ ຈາກ ມະຫາວິທະຍາໄລແຫ່ງຊາດ, ຄູອາຈານ ແລະ ນັກຮຽນ ຈາກໂຮງຮຽນ ມສ.ດົງບັງ ມິດຕະພາບ ລາວ-ກູບາ ແລະ ອຳນາດການປົກຄອງບ້ານດົງບັງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫລັງທີ່ໄດ້ຮັບຟັງຄວາມເປັນມາຂອງໂຮງຮຽນ, ການຜ່ານຂໍ້ຕົກລົງວ່າດ້ວຍການປ່ຽນຊື່ໂຮງຮຽນ ແລະ ການຮັບຮອງເອົາໂຮງຮຽນເປັນສາຂາ ແລະ ສະມາຊິກລວມຫມູ່ຂອງສະມາຄົມມິດຕິພາບລາວ-ກູບາ ແລ້ວ, ທ່ານ ສຈ.ປອ ຈະເລີນ ເຍຍປາວເຮີ, ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ,ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ທ່ານ ປາໂບລ ອັງໂຕນີໂອໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນໂດຍທ່ານທັງສອງໄດ້ຊີ້ໃຫ້ເຫັນເຖິງຄວາມຫມາຍສຳຄັນ ຂອງການຕັ້ງຊື່ໂຮງຮຽນມິດຕະພາບ ລາວ-ກູບາ ແລະ ການປະດິດສະຖານຮູບຫຼໍ່ເຄິ່ງຄີງຂອງ ທ່ານ ໂຮ່ເຊ ມາກຕີ, ວີລະຊົນແຫ່ງຊາດກູບາ ເຊິ່ງເປັນການປະກອບເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຖານອ້າຍນອ້ງທີ່ມີມູນເຊື້ອລະຫວ່າງປະຊາຊົນສອງຊາດລາວ ແລະ ກູບາ ໄປສູ່ບາດກ້າວໃຫມ່. ຫລັງຈາກນັ້ນ, ທ່ານ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ທ່ານເອກອັກຄະລັດຖະທູດກູບາ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ຫນ້າຮູບຫລໍ່ ຂອງ ທ່ານ ໂຮ່ເຊ ມາກຕີ ແລະ ຕັດແຖບຜ້າເປີດປ້າຍໂຮງຮຽນ ມສ. ດົງບັງ ມິດຕະພາບລາວ-ກູບາ ຢ່າງເປັນທາງການ. ໃນຕອນທ້າຍ ໄດ້ມີການມອບຄອມພິວເຕີຈຳນວນ 3 ເຄື່ອງໃຫ້ແກ່ໂຮງຮຽນ ໂດຍ ທ່ານ ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ທ່ານ ທູດກູບາ ປະຈຳ ສປປ ລາວ.
ການກຳນົດເອົາໂຮງຮຽນ ມສ. ດົງບັງ ເປັນໂຮງຮຽນມິດຕະພາບ ລາວ-ກູບາ ນີ້ ກໍເພື່ອເປັນສັນຍາລັກແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ, ທັງເປັນສະຖານທີ່ໃນການສຶກສາອົບຮົມ ແລະ ເຜີຍແຜ່ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຂອງປະຊາຊົນກູບາ, ເຜີຍແຜ່ກ່ຽວກັບຮີດຄອງປະເພນີ ແລະ ວັດທະນະທຳ ຂອງ ກູບາ ຢູ່ລາວເປັນໂອກາດຮຽນຮູ້ ກ່ຽວກັບ ຊີວິດ, ແນວຄິດ ແລະ ການເຄື່ອນໄຫວປະຕິວັດເພື່ອເອກະລາດແຫ່ງຊາດ ຂອງ ທ່ານ ໂຮ່ເຊ ມາກຕີ, ວິລະຊົນແຫ່ງຊາດກູບາ ແລະ ທັງຈະເປັນສະຖານທີ່ໃຫ້ສະມາຄົມມິດຕະພາບ ລາວ-ກູບາ ໄດ້ສ້າງກິດຈະກຳຕ່າງໆ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງສອງຊາດ.
ກ່ອນໜ້ານີ້, ໃນວັນທີ 1 ກັນຍາ 1985 ທີ່ຜ່ານມາ ສະຖາບັນກູບາ ເພື່ອມິດຕະພາບກັບນາໆຊາດກໍ່ໄດ້ກຳນົດເອົາໂຮງຮຽນມັດທະຍົມແຫ່ງໜຶ່ງ ຢູ່ເມືອງກຸຍລາເດເມເລນາ ( Guira de Melena), ແຂວງອາເຕມີສາ ( Artemisa), ສ.ກູບາ ເປັນໂຮງຮຽນມິດຕະພາບ ກູບາ-ລາວ ແລະ ກໍໄດ້ຫຼໍ່ຮູບເຄິ່ງຄີງ ຂອງ ທ່ານ ສີທົນ ກົມມະດຳ, ປະດິດສະຖານໄວ້ໂຮງຮຽນດັ່ງກ່າວ ໂດຍໃສ່ຊື່ໂຮງຮຽນວ່າ “ສູນການສຶກສາແບບປະສົມ ສີທົນ ກົມມະດຳ ເພື່ອເປັນການລະນຶກເຖິງຜົນງານ ຄຸນງາມຄວາມດີ ຂອງ ທ່ານ ສີທົນ ກົມມະດຳ, ນັກຮັກຊາດທີ່ກ້າແກ່ນ, ໜື່ງໃນບັນດາຜູ້ນຳທັງປະຫວັດສາດ ໃນກາຕໍ່ສູ້ປະຕິວັດຂອງລາວ ແລະ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ.
ໃນວັນທີ 29 ກັນຍາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ສົມທົບກັບ ຄະນະກວດກາສູນກາງພັກ ໄດ້ຈັດການຝຶກອົບຮົມວຽກງານກວດກາຂັ້ນພື້ນຖານໃຫ້ ແກ່ພະນັກງານທີ່ເຮັດວຽກງານກວດກາ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກຢູ່ທີ່ສຳນັກງານຂອງ ຄຕພ ທີ່ຫຼັກ 6 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ບຸນຄຸ້ມ ກຳມະການຄະນະພັກ, ປະທານກວດກາ ຄະນະພັກ ຄຕພ, ມີນັກວິທະຍາກອນຈາກ ຄະນະກວດກາສູນກາງພັກ ແລະ ຜູ້ເຮັດວຽກງານກວດກາ ຂອງ 3 ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ແລະ ຜູ້ເຮັດວຽກກວດກາຂອງບັນດາໜ່ວຍພັກຕ່າງໆອ້ອມຂ້າງອົງຄະນະພັກ ຄຕພ ເຂົ້າຮ່ວມ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ພະນັກງານກວດກາຂອງ ຄຕພ ກຳໄດ້ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ ແລະ ສາມາດນຳໄປໃຊ້ໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີ.
ເອກກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີ:
1. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ.
2. ວຽກງານຕິດຕາມພັກ.
3. ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ-ພະນັກງານ-ລັດຖະກອນ ເມື່ອມີການລະເມີດ.
4. ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ.
ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ 1 ມື້ ແລະ ໄດ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ຕອນເຊົ້າວັນທີ 1 ກັນຍາ 2020 ສະຫາຍນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານຫລັກແຫລ່ງຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວໄດ້ເຂົ້າອວຍພອນ ສະຖານເອກອັກຄະລັດຖະທູດສາທາລະນະລັດສັງຄົມນິຍົມຫວຽດນາມປະຈຳສາທາລະນະລັດ ປະຊາທິປະໄຕປະຊາຊົນລາວເນື່ອງໃນໂອກາດສະເຫລີມສະຫລອງການປະຕິວັດເດືອນສິງຫາຄົບຮອບ 75 ປີ (19/8/1945-19/8/2020) ແລະ ວັນສະຖາປະນາສາທາລະນະລັດ ສັງຄົມນິຍົມຫວຽດນາມຄົບຮອບ 75 ປີ (2/9/1945-2/9/2020). ໃນໂອກາດດັ່ງກ່າວ, ສະຫານນາງສູນທອນໄຊຍະຈັກໄດ້ສະແດງຄວາມຊົມເຊີຍແລະຕີລາຄາສູງ ຕໍ່ບັນດາຜົນສຳເລັດ ແລະ ຜົນງານທີ່ໃຫຍ່ຫລວງ, ຮອບດ້ານຂອງປະຊາຊົນ ຫວຽດນາມ ຍາດມາໄດ້ຕະຫລອດໄລຍະ 75 ປີ ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງສະຫລາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ການພົວພັນສາກົນໄດ້ຮັບການເປີດກວ້າງ, ອັນໄດ້ເຮັດໃຫ້ບົດບາດ, ອິດທິພົນຂອງຫວຽດນາມນັບມື້ນັບສູງເດັ່ນໃນເວທີພາກພື້ນແລະສາກົນ.
ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ປັດຈຸບັນ ທີ່ນັບມື້ນັບມີຄວາມເລິກເຊິ່ງ, ມີປະສິດທິຜົນ,ພວມນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ສະຫາຍ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອຢ່າງໃຫຍ່ຫລວງ, ລ້ຳຄ່າມີປະສິດທິຜົນ ແລະ ທັນການ ແກ່ປະຊາຊົນລາວ ໃນຕະຫລອດໄລຍະທີ່ຜ່ານມາທັງໄລຍະຕໍ່ສູ້ ເພື່ອປົດປ່ອຍຊາດໃນເມື່ອກ່ອນ ແລະ ທັງໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ. ສະຫາຍ ໄດ້ອວຍພອນ ໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ຍາດໄດ້ຜົນສຳເລັດໃຫຍ່ຫລວງກວ່າເກົ່າໃນການສ້າງປະເທດ ຫວຽດນາມ ສັງຄົມນິຍົມໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ກ້າວສູ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ.
ໃນໂອກາດນີ້, ສະຫາຍ ເອກອັກຄະລັດຖະທູດຫງວຽນບ່າຮຸ່ງໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ນາງສູນທອນໄຊຍະຈັກ ທີ່ໄດ້ນຳພາຄະນະມາອວຍພອນໃນຄັ້ງນີ້ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງລາວ-ຫວຽດນາມ ໃນຕະຫລອດໄລຍະຜ່ານມາ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງລາວພ້ອມທັງອວຍພອນໃຫ້ປະຊາຊົນ ລາວ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ຈົ່ງຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນການສ້າງສາພັດທະນາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ ແລະ ກ້າວສູ່ການກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ຈະມາເຖິງຢ່າງມີໄຊ.