Error: No articles to display
Error: No articles to display
ໃນຕອນບ່າຍຂອງ ວັນທີ 21 ກໍລະກົດ2020, ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ,ທ່ານປອ ນ. ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາຂອງ ທ່ານ Leo Faber, ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ໃນໂອກາດສໍາເລັດໜ້າທີ່ການທູດ ຢູ່ ສ ປປ ລາວ.
ໃນໂອກາດພົບປະ ທ່ານ ປອ ນ. ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ການທູດຂອງທ່ານ Leo Faberຢູ່ ສປປ ລາວ ຕະຫຼອດໄລຍະ 04 ປີ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ໄດ້ຮັບການຂະຫຍາຍຕົວ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ສະພາບເອີຣົບຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາປະເທດຊາດ ເພື່ອບັນລຸເປົ້າໝາຍນໍາເອົາປະເທດອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.
ທ່ານທູດ Leo Faber ໄດ້ກ່າວຂອບໃຈຢ່າງຈິງໃຈມາຍັງທ່ານ ປອ ນ. ສູນທອນ ໄຊຍະຈັກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ການຮ່ວມມືອໍານວຍຄວາມສະດວກທຸກປະການ ໃນໄລຍະປະຕິບັດໜ້າທີ່ ຢູ່ ສປປ ລາວ,ພ້ອມທັງໄດ້ຊົມເຊີຍຕໍ່ຜົນສຳເລັດ ໃນການສ້າງສາພັດທະນາປະເທດຂອງ ສປປ ລາວ, ພິເສດແມ່ນການ ຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ Covid-19, ໄດ້ສະແດງຄວາມຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂົງເຂດຕ່າງໆ ເພື່ອເສີມຂະຫຍາຍການພົວພັນລະຫວ່າງ ສປປ ລາວ-ສະຫະພາບເອີຣົບ ເພື່ອຜົນປະໂຫຍດຂອງສອງຝ່າຍກໍ່ຄື ເພື່ອພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ທ່ານ ປອ ນ. ສູນທອນ ໄຊຍະຈັກ ອວຍພອນໃຫ້ແກ່ທ່ານ Leo Faber ຈົ່ງປະສົບຜົນສຳເລັດໃໝ່ໃນໜ້າທີ່ວຽກງານໃນຕໍ່ໜ້າ ແລະ ເດີນທາງກັບຄືນປະເທດໂດຍສະຫວັດດີພາບ.
ໃນໄລຍະແຕ່ວັນທີ 06-17 ກໍລະກົດ 2020, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ 6 ແຂວງພາກເໜືອ: ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ ແລະ ຫຼວງພະບາງ.
ໃນໄລຍະເຄື່ອນໄຫວຢ້ຽມຢາມບັນດາແຂວງຄັ້ງນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ພົບປະເຮັດວຽກກັບສະຫາຍເລຂາພັກແຂວງ, ເຈົ້າແຂວງຂອງບັນດາແຂວງ, ໄດ້ເຜີຍແຜ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນໃນໄລຍະມໍ່ໆມານີ້; ແຈ້ງໃຫ້ພະນັກງານຫຼັກແຫຼ່ງຂອງແຂວງຊາບກ່ຽວກັບສະພາບການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ກັບບັນດາພັກການເມືອງໃນພາກພື້ນຕ່າງໆຮັບຊາບ, ພ້ອມນັ້ນຍັງໄດ້ຮັບຟັງການແຈ້ງສະພາບການອັນພົ້ນເດັ່ນໃນການພັດທະນາຂອງແຂວງຕ່າງໆ, ແລກປ່ຽນຄຳຄິດເຫັນກັບບັນດາແຂວງ ກ່ຽວກັບ ສະພາບການພົວພັນຮ່ວມມືລະຫວ່າງບັນດາແຂວງພາກເໜືອຂອງລາວ ກັບ ສສ. ຫວຽດນາມ, ສປ ຈີນ; ໄດ້ຢ້ຽມຢາມບັນດາໂຄງການຮ່ວມມືສຳຄັນ ລະຫວ່າງ ສປປ ລາວ ກັບ ສສ. ຫວຽດນາມ ແລະ ສປ ຈີນ ຢູ່ 6 ແຂວງພາກເໜືອແລະໄດ້ປຶກສາຫາລຶ ກ່ຽວກັບການເສີມຂະຫຍາຍທ່າແຮງໃນການຮ່ວມມືກັບບັນດາປະເທດອ້າຍນ້ອງໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ຄະນະຍັງໄດ້ແຈ້ງໃຫ້ບັນດາແຂວງຮັບຊາບໂດຍຫຍໍ້ ກ່ຽວກັບທີ່ຕັ້ງ, ພາລະບົດບາດ ຂອງ ຄະນະພົວ ພັນຕ່າງປະເທດສູນກາງພັກ. ໃນການເຄື່ອນໄຫວຄັ້ງນີ້ ຄະນະຍັງໄດ້ມອບເຄື່ອງອຸປະກອນການປ້ອງກັນພະຍາດໂຄວິດ-19 ຈຳນວນໜຶ່ງໃຫ້ບັນດາແຂວງ, ເຊິ່ງເປັນການຊ່ວຍເຫຼືອຈາກ ສປ ຈີນ.
ສະເພາະຢູ່ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໃນນາມຄະນະອານຸກຳມະການໂຄສະນາ ແລະ ຂະບວນການກະກຽມກອງປະຊຸມໃຫຍ່ຄັ້ງທີ 11ຂອງພັກ ປປ ລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມກອງປະຊຸມໃຫຍ່ຂອງບັນດາແຂວງຈາກອານຸກຳມະການໂຄສະນາ ແລະ ຂະບວນການຂອງແຂວງ, ພ້ອມທັງໄດ້ໄປຢ້ຽມຢາມຕົວແບບຂອງບັນດາແຂວງດັ່ງກ່າວ.
ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ - ຮັບບັດສະມາຊິກພັກສົມບູນ ຊຸດທີ 03 ໃຫ້ສະມາຊິກພັກສົມບູນ ຜູ້ທີ່ຄົບມາດຖານເງື່ອນໄຂ ຈຳນວນ 12 ສະຫາຍ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ປອ.ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະມີບັນດາ ສະຫາຍໃນຄະນະພັກ, ຄະນະກົມ ແລະ ສະມາຊິກພັກ ອ້ອຂ້າງຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ນາງ ພອນດາວັນ ພິນສະຫວັນ, ຫົວໜ້າຫ້ອງການຄະນະພັກ ຄຕພ, ຫົວໜ້າກົມຈັດຕັ້ງ - ພະນັກງານໄດ້ຜ່ານຂໍ້ຕົກລົງການອະນຸມັດມອບບັດສະມາຊິກພັກສົມບູນຂອງພັກ ປະຊາຊົນປະຕິວັດລາວ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດຂຶ້ນມອບບັດສະມາຊິກພັກ ໃຫ້ແກ່ສະມາຊິກພັກສົມບູນ 12 ສະຫາຍ ແລະ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໂດຍສະຫາຍໄດ້ເນັ້ນໜັກເຖິງ ຄວາມໝາຍ ແລະ ຄວາມສຳຄັນຂອງບັດສະມາຊິກພັກ ເພື່ອໃຫ້ ສະມາຊິກພັກກໍາໄດ້ເນື້ອໃນຈິດໃຈ, ຄວາມໝາຍສໍາຄັນຂອງການອອກບັດ ແລະ ມອບບັດສະມາຊິກພັກ ເຊິ່ງເປັນຂະບວນການຂອງທົ່ວພັກ ເພື່ອແນໃສ່ການເພີ່ມທະວີການຄຸ້ມຄອງສະມາຊິກພັກ, ຄຸ້ມຄອງການຈັດຕັ້ງພັກ ແລະ ປ້ອງກັນພັກ, ເພື່ອໃຫ້ພັກ ເພີ່ມຄວາມເຂັ້ມແຂງ, ສືບຕໍ່ມີບົດບາດຊີ້ນໍາ - ນໍາພາສືບທອດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ໃນວັນດຽວກັນ, ຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ຈັດການໂອ້ລົມ ພະນັກງານຫຼັກແຫຼ່ງ ກ່ອນພັກຜ່ອນຮັບບໍານານ ແລະ ພະນັກງານ ທີ່ມີຄວາມຫ້າວຫັນ ໄດ້ຮັບການເລື່ອນຕໍາແໜ່ງບໍລິຫານຂັ້ນພະແນກ ຈໍານວນໜຶ່ງ.
ໃນຕອນເຊົ້າຂອງວັນທີ 17/06/2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊືມມູນເຊື້ອ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 60 ປີ; ວັນເກີດທ່ານ ວະລາດີເມຍ ອີລີສ ເລນິນ ຄົບຮອບ 150 ປີ; ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ; ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນໃນສົງຄາມໂລກ ຄັງທີ II ຄົບຮອບ 75 ປີ; ວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 45 ປີ, ເຊິ່ງໃຫ້ກຽດປາຖະກະຖາໂດຍ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນການປາຖະກະຖາໃນຄັ້ງນີ້, ສະຫາຍ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເລົ່າຄືນປະຫວັດມູນເຊື້ອວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດທີ່ສ່ອງແສງໃຫ້ເຫັນເຖິງຄວາມປີຊາສາມາດສະຫຼາດສ່ອງໃສ ຂອງຜູ້ນໍາພັກທີ່ມີການວາງແຜນການ ແລະ ມີການເຄື່ອນໄຫວຢ່າງມີໄຫວພິບ ຈົນສາມາດແຫກອອກຈາກຄຸກ ໄປສູ່ເຂດທີ່ໝັ້ນປະຕິວັດໄດ້ຢ່າງປອດໄພ. ສະຫາຍຫົວໜ້າ ຄຕພ ຍັງໄດ້ ຫວນຄືນຊີວິດການເຄື່ອນໄຫວປະຕິວັດ ຂອງປະທານ ໂຮ່ຈີມິນ ຜູ້ນໍາທີ່ແສນຄົບລົບຮັກ ຂອງປະຊາຊົນ ຫວຽດນາມ ເນື້ອໃນໂອກາດວັນຄ້າຍວັນເກີດ ຄົບຮອບ 130 ປີ; ໄດ້ຫວນຄືນຄວາມໝາຍສໍາຄັນ ຂອງໄຊຊະນະ ຂອງປະຊາຊົນຫວຽດນາມ ໃນບັ້ນຮົບໂຮ່ຈິມິນ ໃນເດືອນ ເມສາ 1975, ເຊິ່ງເປັນການສິ້ນສຸດການປະຕິວັດປົດປ່ອຍຊາດ ຂອງ ປະຊາຊົນ ຫວຽດນາມ, ສໍາເລັດພາລະກິດທ້ອນໂຮມປະເທດຊາດ ເປັນເອກະພາບ, ສືບຕໍ່ການສ້າງສັງຄົມນິຍົມຢ່າງໜັກແໜ້ນ, ທັງເປັນການສ້າງໂອກາດທີ່ດີທີ່ສຸດໃຫ້ແກ່ພາລະກິດປະຕິວັດຊາດ ປະຊາທິປະໄຕຢູ່ລາວ, ກ້າວໄປເຖິງການຢຶດອໍານາດ ແລະ ສະຖາປະນາ ສປປລາວ ໃນວັນທີ 02 ທັນວາ 1975.
ຈາກນັ້ນ, ສະຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ຫວນຄືນວັນໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີ IIຄົບຮອບ 75 ປີ ແລະ ໄດ້ຫວນຄືນເຖິງປະຫວັດຊີວິດ ການເຄື່ອນໄຫວຂອງທ່ານ ເລນິນ, ຜູ້ນຳຂອງມະຫາປະຕິວັດ ສັງຄົມນິຍົມ ເດືອນຕຸລາ ຂອງລັດເຊຍ ປີ 1917 ຄົບຮອບ 150 ປີ, ເຊິ່ງເປັນຜູ້ນໍາໃຊ້ທິດສະດີ ຂອງມາກ ຢ່າງມີຫົວຄິດປະດິດສ້າງ ເຂົ້າໃນສະພາບຕົວຈິງ ຂອງປະເທດລັດເຊຍ, ຈົນກາຍເປັນລັດທິມາກ - ເລນິນ ເຊິ່ງເປັນພື້ນຖານທາງດ້ານທິດສະດີຂອງຂະບວນການປະຕິວັດຊົນຊັ້ນກຳມະຊີບ ມາຮອດປັດຈຸບັນ.
ຜ່ານການຮັບຟັງປາຖະກະຖາໃນຄັ້ງນີ້ ເຮັດໃຫ້ພະນັກງານທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ສາມາດກໍາແໜ້ນມູນເຊື້ອອັນພິລະອາດຫານຂອງບັນດາຜູ້ນໍາຂອງພັກ ປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ເຂົ້າໃຈເລິກເຊິ່ງກວ່າເກົ່າ ກ່ຽວກັບບັນດາເຫດການທີ່ສຳຄັນຕ່າງໆ, ຮູ້ໄດ້ຜົນງານການເຄື່ອນໄຫວປະຕິວັດຂອງ ຜູ້ນຳທີ່ມີຊື່ສຽງຂອງໂລກທີ່ມີບົດບາດນຳພາປະຊາຊົນ ໃຫ້ຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (ວັນທີ 22 ມີນາ 1955 – 22 ມີນາ 2020). ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອອວຍພອນຄະນະນໍາ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ.
ໃນໂອກາດນີ້, ບັນດາທູດປະເທດອ້າຍນ້ອງ ໄດ້ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 65 ປີທີ່ຜ່ານມາ, ພິເສດແມ່ນ ພາຍຫຼັງ 35 ປີແຫ່ງການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ ຈຶ່ງສາມາດຍາດໄດ້ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມ ໝາຍປະຫວັດທີ່ສໍາຄັນ ໂດຍສະເພາະແມ່ນ ວຽກງານການຕ່າງປະເທດ ກໍ່ໄດ້ຮັບການເປີດກວ້າງ, ເຮັດໃຫ້ບົດບາດ ແລະ ອິດທິພົນຂອງພັກປະຊາຊົນ ປະຕິວັດລາວ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕີລາຄາສູງບັນດາຜົນສໍາເລັດຮອບດ້ານໃນການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 65 ປີທີ່ຜ່ານມາ ແລະ ໄດ້ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ບັນດາພັກອ້າຍນ້ອງ ແລະ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງລໍ້າຄ່າຂອງບັນດາພັກ, ລັດ ແລະ ປະຊາຊົນປະເທດອ້າຍນ້ອງໃນພາລະກິດຕໍ່ສູ້ປະຕິວັດຕ້ານພວກຮຸກຮານຕ່າງຊາດ.
ພິເສດ, ໃນການເຂົ້າຢ້ຽມຂໍ່ານັບ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງ ພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນຄັ້ງນີ້ ບັນດາທູດປະເທດອ້າຍນ້ອງ ຍັງໄດ້ສົ່ງສານອວຍພອນ ແລະ ກະຕ່າດອກໄມ້ອວຍພອນຈາກ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ແລະ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ສົ່ງເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ. ນອກຈາກນັ້ນ, ຄະນະບໍລິຫານງານສູນກາງພັກປະຊາຊົນ ກໍາປູເຈຍ ກໍ່ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ເຊັ່ນກັນ.