- ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຊົມອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ ແລະ ຫໍມູນເຊື້ອຂອງສູນກາງແນວລາວສ້າງຊາດ
- ບັນດາພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
- ສະຫາຍປະທານພັກປະຊາຊົນກໍາປູເຈຍອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
- ສະຫາຍເລຂາທິການໃຫຍ່ພັກແຮງງານເກົາຫລີອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
- ສະຫາຍເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນອວຍພອນ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
Error: No articles to display
ໂທລະເລກຊົມເຊີຍ ສະຫາຍ ສີ ຈິນຜິງ ຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ
ເຖິງ: ສະຫາຍ ສີຈິນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ. ທີ່ ນະຄອນຫລວງປັກກິ່ງ ສະຫາຍ ສີຈິນຜິງ ທີ່ຮັກແພງ, ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ອີກສະໄໝໜຶ່ງ, ໃນນາມ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະໄໝທີ XIX. ...
ອ່ານເພີ່ມສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ຈາກຄະນະບໍລິຫານງານສູນກາງພັກ ປປ ລາວ
ເນື່ອງໃນໂອກາດພັກກອມມູນິດຈີນ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX, ເຊິ່ງໄຂຂຶ້ນທີ່ນະຄອນຫລວງປັກກິ່ງ ໃນວັນທີ 18 ຕຸລາ 2017,ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະມາຊິກພັກ ແລະປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ອາລົມຈິດແຫ່ງຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງຄະນະບໍລິຫານງານສູນກາງພັກກອມມູນນິດຈີນ, ບັນດາຜູ້ແທນກອງປະຊຸມໃຫຍ່ ແລະຜ່ານກອງປະຊຸມໃຫຍ່ໄປຍັງສະມາຊິກພັກກອມມູນິດຈີນ ແລະປະຊາ ຊົນຈີນອ້າຍນ້ອງທຸກຖ້ວນໜ້າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIX ຂອງພັກກອມມູນິດຈີນ ແມ່ນເຫດການການ ເມືອງທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງຂອງພັກກອມມູນິດຈີນ,ເຊິ່ງໄດ້ໄຂຂຶ້ນໃນໄລຍະສຳ ຄັນຂອງການກຳນົດຍຸດທະສາດ ແລະວາງນະໂຍບາຍເພື່ອບັນລຸ ການສ້າງສັງຄົມອັນອິ່ມໜ່ຳສຳລານຮອບດ້ານ ແລະຄວາມຝັນຂອງຈີນ...
ອ່ານເພີ່ມໂທລະເລກອວຍພອນ ຈາກປະທານພັກແຮງງານເກົາຫຼີ
ນະຄອນຫຼວງວຽງຈັນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະນບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ອັນອົບອຸ່ນ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະມາຊິກພັກ ທຸກຖ້ວນໜ້າ. ຕະຫຼອດໄຍລະ 62 ປີ ນັບແຕ່ການສ້າງຕັ້ງຂຶ້ນ, ພັກປະຊາຊົນ...
ອ່ານເພີ່ມສານຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ຈາກ ພັກກອມມູນິດຈີນ
ສານຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ຈາກ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ
ໂທລະເລກອວຍພອນ ກອງປະຊຸມໃຫຍ່ຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ຈາກ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ກຳປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີເປີດກົນໄກພົບປະສັງສັນມິດຕະພາບ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ຄັ້ງທຳອິດ ແຕ່ວັນທີ 22-26 ເມສາ 2018.
ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈຳປິ 2017 ໃນວັນທີ 27 ມີນາ 2018 ທີ່ສໍານັກງານດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ນ. ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດພະນັກງານ-ລັດຖະກອນຂອງຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 22 ມີນາ 2018, ຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກ ນຳໂດຍ ສະຫາຍ ສົມດີ ບຸນຄຸ້ມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບຄະນະນຳສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ນຳໂດຍ ສະຫາຍ ຫວຽນ ບ໊າ ຮຸ່ງ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຊຶ່ງໄດ້ເຂົ້າອວຍພອນການນຳ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (22/3/1955-22/3/2018).

ໃນວັນທີ 21 ມີນາ 2018, ຄະນະການນຳຄະນະພົວພັນຕ່າງປະເທດສູນກາງພັກ ນຳໂດຍ ສະຫາຍ ສົມດີ ບຸນຄຸ້ມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຟານ ວັນ ຄາຍ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ສສ ຫວຽດນາມ ຢູ່ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ.

ໃນຕອນເຊົ້າຂອງວັນທີ 15 ມີນາ 2018 ທີ່ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຈັດປາຖະກາຖາ ເຜີຍແຜ່ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 63 ປີ ແລະ ຄຳສັ່ງນາຍົກ ເລກທີ 03 ວ່າດ້ວຍການປັບປຸງຄຸນນະພາບຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່, ໃຫ້ກຽດປາຖະກະຖາໂດຍ ສະຫາຍ ປອ.ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຄະນະພັກ, ຄະນະກົມ ແລະ ພະນັກງານອ້ອມຂ້າງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຮັບຟັງ ຢ່າງພ້ອມພຽງ.
ການປາຖະກະຖາໃນຄັ້ງນີ້ ສະຫາຍຫົວໜ້າ ຄຕພ ໄດ້ຍົກໃຫ້ເຫັນເຖິງປະຫວັດຕົ້ນກຳເນີດຂອງພັກ ປປ ລາວ, ການຊີ້ນຳ-ນຳພາຂອງພັກໃນຂະບວນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ໃນຊຸມປີ 1930-1970 ຂອງສະຕະວັດ ທີ 20 ແລະ ການນຳພາຂອງພັກ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍສົມບູນ ໃນປີ 1975 ເປັນຕົ້ນມາ. ພັກເປັນຜູ້ຊີ້ນຳ-ນຳພາທຸກໄຊຊະນະ ແລະ ຜົນສຳເລັດໃນພາລະກິດ ປົກປັກຮັກສາ-ພັດທະນາປະເທດຊາດ ຕະຫຼອດໄລຍະ 40 ກວ່າປີຜ່ານມາ. ອັນໄດ້ເຮັດໃຫ້ບົດບາດຂອງພັກ, ລັດ ສປປລາວ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພຶ້ນ ແລະ ສາກົນ.
ຈາກນັ້ນ, ສະຫາຍຫົວໜ້າ ຄຕພ ໄດ້ສືບຕໍ່ເຜີຍແຜ່ຄຳສັ່ງ ເລກທີ 03/ນຍ ວ່າດວ້ຍການປັບປຸງຄຸນນະພາບຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການປັບປຸງກົງຈັກ ການຈັດຕັ້ງຂອງບັນດາກະຊວງ, ອົງການຈັດຕັ້ງຕ່າງໆຂອງລັດ ເພື່ອເຮັດໃຫ້ຄຸນະພາບການເຄື່ອນໄຫວວຽກງານດີຂຶ້ນ ແລະ ຍົກສູງຄຸນນະພາບຂອງພະນັກງານ-ລັດຖະກອນ ດ້ວຍການສອບເສັງຄັດເລືອກລັດຖະກອນໃໝ່ ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ.
ການປາຖະກະຖາໃນຄັ້ງນີ້ ໄດ້ຊ່ວຍໃຫ້ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າໃຈໄດ້ຕື່ມ ກຽ່ວ ກັບ ວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງພັກ ປປລາວ ຕະຫຼອດໄລຍະ 60 ກວ່າປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ເຫັນໄດ້ບັນດາຜົນສຳເລັດຂອງການພັດທະນາປະເທດຊາດ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກ ແລະ ເຂົ້າໃຈແຈ້ງຕໍ່ຄຳສັ່ງ ເລກທີ 03/ນຍ ວ່າດວ້ຍການປັບປຸງຄຸນນະພາບຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ເພື່ອເຮັດໃຫ້ວຽກງານປັບປຸງຄຸນນະພາບຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ໄດ້ກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການຈັດຕັ້ງຕ່າງໆຂອງລັດ ແລະ ບັນດາອົງການທ້ອງຖິ່ນຂອງລາວ ເພື່ອເຮັດໃຫ້ກົງຈັກມີຄວາມກະທັດລັດ, ມີປະສິດທິຜົນ ແລະ ໂປ່ງໃສ, ເຮັດໃຫ້ຖັນແຖວພະນັກງານ ຂອງພັກ - ລັດ ສາມາດເປັນກຳລັງແຮງທີ່ເຂັ້ມແຂງ, ແບກຫາບພາລະກຳປະຫວັດສາດ ໃນໄລຍະໃໝ່, ໄລຍະທີ່ປະເທດເຮົາ ພວມມີການເຊື່ອມໂຍງຢ່າງກວ້າງຂວາງ ກັບພາກພື້ນ ແລະ ສາກົນ.